ປີຜ່ານມາ, ຈີນ​ລົງທຶນ​ຢູ່​ປະ​ເທດ​ອາຣັບ​ເປັນອັນ​ດັບ​ໜຶ່ງ​
2017-07-19 16:28:45  cri 

​ ຂ່າວສານ​ເອມີ​ເຣດ ​ຫຼື WAM ໄດ້ລາຍ​ງານເມື່ອ​ບໍ່​ດົນນີ້ວ່າ: ບໍລິສັດປະກັນ​ສິນ​ເຊື່ອ​ການ​ລົງທຶນ​ແລະ​ສົ່ງ​ອອກ​ອາຣັບ ທີ່​​ມີສຳນັກງານ​ໃຫຍ່​ຕັ້ງຢູ່​ກູເວດ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ວ່າ ​ປີຜ່ານມາ, ຈີນ​ເປັນ​ປະ​ເທດ​ທີ່​ລົງທຶນ​ຢູ່​ປະ​ເທດ​ອາຣັບຫຼາຍທີ່​ສຸດ​.

ບົດ​ລາຍ​ງານ​ດັ່ງກ່າວ​ໄດ້ອ້າງ​ຕາມ "ບົດ​ລາຍ​ງານ​ການ​ລົງທຶນ​ໃນ​ທົ່ວ​ໂລກ​ປີ 2017" ຂອງກອງ​ປະຊຸມ​ການ​ຄ້າ​ແລະ​ການ​ພັດທະນາ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ການ​ສົມ​ທຽບ​ກັບຕົວ​ເລກການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ຫຼື FDI ຂອງ​​ປະ​ເທດ​ຕ່າງໆ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ, FDI ຂອງ​ປະ​ເທດ​ອາຣັບ ​ໄດ້​ເພີ່ມ​ຈາກ 24 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ​ເມື່ອ​ປີ 2015 ຂຶ້ນ​ເປັນ 30 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ​ເມື່ອ​ປີຜ່ານມາ ​ເຊິ່ງກວມ 1,8% ຂອງຍອດ FDI ທົ່ວ​ໂລກ ​ແລະ ກວມ 4,8% ຂອງຍອດ FDI ປະ​ເທດ​ທີ່​ພວມ​ພັດທະນາ. ຂະນະ​ທີ່​ຈີນ​ເປັນ​ປະ​ເທດ​ລົງທຶນ​ຕົ້ນຕໍ​ໃນ​ພາກ​ພື້ນ​ອາຣັບ ​ໂດຍ​ປີຜ່ານ​ມາ, ຍອດ​ມູນ​ຄ່າການ​ລົງທຶນ​ບັນລຸ​ເຖິງ 29 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ ກວມ 31,9% ຖັດມາ​ແມ່ນ​ສະຫະລັດ​ອາຣັບ​ເອມີ​ເຣດ 15 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ ກວມ 16,4% ​ແລະ ອາ​ເມ​ລິ​ກາ 7 ຕື້​ໂດ​ລາ​ສະຫະລັດ ກວມ 7,6%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ