ອາ​ເມ​ລິ​ກາຈະ​ຂວ້ຳ​ບາດ​ອີ​ຣານ
2017-07-19 11:23:09  cri 
ວັນ​ທີ 18 ກໍ​ລະ​ກົດ​ນີ້, ກະ​ຊວງ​ການ​ເງິນ​ແລະ​ການ​ຕ່າງ​ປະ​ເທດອາ​ເມ​ລິ​​ກາ​ໄດ້​ອອກ​ມາ​ປະ​ກາດ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ: ຈະ​ຂວ້ຳ​ບາດ​ 18 ບຸກ​ຄົນ​ແລະ​​ອົງ​ການຂອງ​ອີ​ຣານ​ຫຼັງ​ພົບ​ໄດ້ສະ​ໜັບ​ສະ​ໜູນ​​ໂຄງ​ການ​ຂີ​ປະ​ນາ​ວຸດ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ແລະ​ອື່ນໆ.

ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການວ່າ: 5 ຄົນ​ແລະ​ 7 ອົງ​ການໄດ້​ຖືກ​ຂວ້ຳ​ບາດ​ຫຼັງສົງ​ໄສ​ວ່າ​ໄດ້​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ທະ​ຫານຫຼື​ກອງ​ປ້ອງ​ກັນ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ​ອີ​ຣານ. ນອກ​ນີ້, ກຸ່ມ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ມີສຳ​ນັກ​ງານ​ໃຫຍ່​ຢູ່​ອີ​ຣານ​ກຸ່ມ​ໜຶ່ງ​ແລະຄົນ​ທີ່​ກ່ຽວ​ຂ້ອງ 3 ທ່ານ​ກໍ​ຖືກ​ຂວ້ຳ​ບາດ​ເຊັ່ນ​ດຽວ​ກັນ. ໃນ​ມື້​ດັ່ງ​ກ່າວ, ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຍັງ​ໄດ້​ຂຶ້ນ​ບັນ​ຊີ​ດຳ​ໃນ​ອົງ​ການ​ຂອງ​ອີ​ຣານ​ທີ່​ຖືກ​ສົງ​ໄສ​ເຂົ້າ​ຮ່ວມ​ໂຄງ​ການ​ຂີ​ປະ​ນາ​ວຸດ​ຕື່ມ​ອີກ.

ສຳ​ລັບມາດ​ຕະ​ການ​ຂວ້ຳ​ບາດ, ​ທຶນ​ແລະ​ຊັບ​ສິນ​ຂອງບຸກ​ຄົນ​ແລະ​​ອົງ​ການ​ຢູ່​ອາ​ເມ​ລິ​ກາ​ຈະ​ຖືກ​ລະ​ງັບ ຂະ​ນະ​ດຽວ​ກັນ​​ກໍຈະ​ຖືກ​​ຫ້າມ​ພົວ​ພັນ​ຄ້າ​ຂາຍ​ກັບ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ