ກະ​ສິ​ກອນ​ຈີນໃຊ້​ເວ​ລາ 17 ປີ​ປ່ຽນ​ທະ​ເລ​ຊາຍ​ເປັນ​ດິນ​ຂຽວ
2017-07-19 16:59:12  cri 


ຕາມ​ຂ່າວCRI: ​ທ້າວ ໝ້າ​ຢຸ​ນ​ຜິງ ​ຊາວ​ບ້ານ​ຊິ່ນ​ມິນ​ເມືອງ​ນ້ອຍ​ໂນ້​ເອີ​ເມືອງ​ໂຕ່​ລຸນ​ເຂດ XilinGol​ ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ ສ​ປ ​ຈີນ ໄດ້​ໃຊ້ເວ​ລາ​ເກືອບ 17 ປີ​ແລະ​ຄອບ​ຄົວ​ສຸມ​ທຸກ​ສະ​ຕິ​ປັນ​ຍາ​ແລະ​ເຫື່ອ​ແຮງຢ່າງ​ບໍ່​ລົດ​ລະ ເພື່ອເຮັດ​ໃຫ້​ທະ​ເລ​ຊາຍ​ໃນ​ເມື່ອ​ກ່ອນ​ກາຍ​ເປັນ​​ດິນ​ຂຽວ​ໃນ​ປັດ​ຈຸ​ບັນ.
ເມືອງ​ໂຕ່​ລຸນ​​ເປັນ​ໜຶ່ງ​ໃນເຂດ​ພາ​ຍຸ​ຊາຍ ໂດຍ​ນັບແຕ່​ປີ 2000 ຜ່ານ​ມາ, ເມືອງ​​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໂຄງ​ການ​ແກ້​ໄຂພາ​ຍຸ​ຊາຍ​ປັກ​ກິ່ງ-ທຽນ​ສິນ ເຊິ່ງທ້າວ ໝ້າ​ຢຸນ​ຜິງ ໄດ້​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ນີ້​ເໝືອນ​ດັ່ງທ້າວ ຢູ​ກົ່ງ ຜູ້​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດຈີນ.


​ຈາກທະ​ເລ​ຊາຍ​ໃນ​ປີ​ຜ່ານ​ມາ​ກາຍມາ​ເປັນ​ເຂດ​ປູກ​ຕົ້ນ​ໄມ້​ທີ່​ຂຽວ​ອຸ່ມ​ທຸ່ມ ໃນ​ປັດ​ຈຸ​ບັນ​ເຊິ່ງ​ຕົ້ນໄມ້​ບໍ່​ພຽງ​ແຕ່ປ່ຽນ​​ຄວາມ​ເປັນທະ​ເລ​ຊາຍ​​ດັ້ງເດີມ​ເທົ່າ​ນັ້ນ, ຫາກຍັງ​ໄດ້​​ເປັນ​ບ່ອນ​ອາ​ໄສ​ຂອງ​ກະ​ຕ່າຍ​​ປ່າ,ໝາ​ຈອກ,Meles meles ,ໄກ່​ປ່າແລະ​ສັດ​ປ່າ​ອື່ນໆ. ດ້ວຍ​ຜົນ​ສຳ​ເລັດ​ໃນ​ການ​ແກ້​ໄຂທະ​ເລ​ຊາຍ​ຄື​ດັ່ງ​ກ່າວ​ທ້າວ ໝ້າ​ຢຸນ​ຜິງ ​ຈຶ່ງໄດ້​ກາຍ​ເປັນ​ໂຕແບບ​ຂອງ​ໂຄງ​ການ​ແກ້​ໄຂ​ທະ​ເລ​ຊາຍ​ຂອງ​ເມືອງ​ໂຕ່​ລຸນ.


1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ