ອົງການທໍລະນີສາດອາເມລິກາແຈ້ງວ່າ, ຢູ່ເຂດທະເລຕາເວັນອອກແຫຼມຄຳຊາກາປະເທດຣັດເຊຍໄດ້ເກີດແຜ່ນດິນໄຫວຂັ້ນ 7,7 ລິກເຕີໃນວັນທີ 18 ກໍລະກົດນີ້.
ອົງການດັ່ງກ່າວບອກວ່າ, ເວລາ 7 ໂມງ 34 ນາທີຂອງວັນທີ 18 ກໍລະກົດນີ້ຕາມເວລາປັກກິ່ງ, ຢູ່ເຂດທະເລຕາເວັນອອກແຫຼມຄຳຊາກາປະເທດຣັດເຊຍໄດ້ເກີດແຜ່ນດິນໄຫວຂັ້ນ 7,7 ລິກເຕີ, ໂດຍຈຸດໃຈກາງຢູ່ເສັ້ນຂະໜານ 54,466 ອົງສາເໜືອແລະເສັ້ນແວງ 168,822 ອົງສາຕາເວັນອອກ, ແລະເລິກລົງໃຕ້ຕິນ 11,7 ກິໂລແມັດ.
ສູນເຕືອນໄພຄື້ນຊິນາມີມະຫາສະໝຸດປາຊີຟິກຂອງອາເມລິກາໄດ້ລາຍງານວ່າແຜ່ນດິນໄຫວອາດຈະເຮັດໃຫ້ເກີດຄື້ນຊິນາມີ.