ໂຕ​ກາ​ທີ່​ມີນ້ຳ​ອົດໄດ້​ດີຫຼາຍ (ອິ​ດີ​ໂອ)
2017-07-19 16:24:48  cri 

ກາ​ເປັນ​ນົກ​ປະ​ເພດ​ທີ່​ສະຫຼາດຫຼາຍ ເຊິ່ງ​ເຫັນ​ໄດ້​ຈາກ​ຜົນ​ການ​ຄົ້ນ​ຄວ້າຫຼ້າ​ສຸດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ລຸນດ໌​​ປະ​ເທດ​ຊູ​ແອດ​ສະ​ແດງ​ໃຫ້​ເຫັນ​ວ່າ, ກາ​ບໍ່​ພຽງ​ແຕ່​ສາ​ມາດ​ສະ​ສົມ​ອາ​ຫານ​ເພື່​ອ​ອະ​ນາ​ຄົດ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ນ້ຳ​ອົດ​​ຕໍ່​ຄວາມຫຼອກ​ລໍ້ ເພື່ອຜົນ​ປະ​ໂຫຍດຫຼາຍກວ່າ. ໃນ​ການ​ທົດ​ລອງ, ຖ້າ​ບໍ່​ກິນ​​ເຫຍື່ອ​ຢູ່​ຕໍ່​ໜ້າ​​ທັນ​ທີ, ກາ​ຈະ​ສາ​ມາດ​ໄດ້​ເຫຍື່ອຫຼາຍກວ່າ​ນັ້ນຫຼາຍ​ເທົ່າ ເຊິ່ງ​ບາງ​ເທື່ອ​ມັນ​ສາ​ມາ​ດ​ລໍ​ຖ້າ​​ໄດ້​ດົນເປັນ​ເວ​ລາ​ເຖິງ 17 ຊົ່ວ​ໂມງ. ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ, ຄວາມ​ອົດ​​ຂອງ​ກາ​ຈະ​ເທົ່າ​ກັບ​ຄວາມ​ອົດ​ທົນ​ຂອງ​ເດັກ​ນ້ອຍ​​ອາ​ຍຸ 4 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ