ອິນ​ເດຍບໍ່​ຄວນ​ຖື​ເອົາການ​ສົ່ງ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຂ້າມ​ຊາຍ​ແດນ​ເປັນ​ເຄື່ອງ​ມື
2017-07-19 10:24:46  cri 
ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼ​ງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ, ຈີນ​ປະ​ທ້ວງ​ຢ່າ​ງ​ຮຸນ​ແຮງຫຼັງ​ເຫັນວ່າ ອິນ​ເດຍໄດ້​ຖື​ເອົາ​ການ​ສົ່ງ​ເຈົ້າ​ໜ້​າ​ທີ່​ທະ​ຫານ​ຂ້າມ​ຊາຍ​ແດນ​ທີ່​ກຳ​ນົດ​ໄວ້​ນັ້ນ ເປັນ​ເຄື່ອງ​ມື​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃດ​ໜຶ່ງ.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ, ທະ​ຫານ​ອິນ​ເດຍ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ສົນ​ໃຈ​ນຳ​ຢ່າງກວ້າງ​ຂວາງ ເຊິ່ງ​ມັນເປັນ​ຄວາມຈິງ​ທີ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ ແລະ​ຊາຍ​ແດນ​ຕອນຊີ​ກິມ​​ຕາມ​ຊາຍ​ແດນ​ຈີນ​ອິນ​ເດຍ​​ກໍເປັນ​​ສິ່ງ​ທີ່​ສອງ​ຝ່າຍ​​ລ້ວນ​ແຕ່ຮັບ​ຮູ້​ນຳ​ກັນ​ແລ້ວ. ທັງ​ນີ້ເຫດ​ການດັ່ງ​ກ່າວ​ທາດ​ແທ້​ແລ້ວ​ກໍ​ຄື ​ທະ​ຫານ​ອິນ​ເດຍ​ໄດ້​ຂ້າມ​ຊາຍ​ແດນ​ຕອນ​ນີ້​ຢ່າງ​ຜິດ​ກົດ​ໝາຍ ແລະ​ເຂົ້າ​ສູ່​ດິນ​ແດນ​ຈີນ.

ທ່ານ​ກ່າວ​ວ່າ, ອິນ​ເດຍ​ຄວນ​ຮັບ​ຮູ້​ສະ​ພາບ​ຄວາມ​ເປັນ​ຈິງ​ໃນ​ປັດ​ຈຸ​ບັນ ແລະ​ມີມາດ​ຕະ​ການ​​ຢ່າງ​ເລັ່ງ​ດ່ວນ ເພື່ອ​ສັ່ງ​ໃຫ້​ທະ​ຫານ​ທີ່​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ​ນັ້ນ​ກັບ​ຄືນ​ປະ​ເທດ ແລະ​ຢ່າ​ເຮັດ​ຜິດ​ຕໍ່​ໄປອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ