ເຫດ​ການ​ສັງ​ຫານ​ໂຫດ​ນານ​ກິ່ງ​ເປັນ​ປະ​ຫວັດ​ສາດ​​ທີ່ເຈັບ​ແສບ​ຕອນ​ໜຶ່ງ​ທີ່​​ບໍ່​ສາ​ມາດ​ລືມ​ໄດ້
2017-07-19 10:29:38  cri 
ງານ​ວາງ​ສະ​ແດງ "ຄວາມ​ຊົງ​ຈຳ​ຈະ​ບໍ່​ໃຫ້​ໂສກ​ນາດ​ຕະ​ກຳ​ນານ​ກິ່ງ​ເກີດ​ຂຶ້ນ​ອີກ" ​ທີ່​ຫໍ​ພິ​ພິ​ທະ​ພັນ​ສົງ​ຄາມ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຍີ່​ປຸ່ນ​​ຂອງ​ຊາວ​ເມືອງ​ນານ​ກິ່ງ​ແລະ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ວາງ​ສະ​ແດງ​ການ​ສັງ​ຫານ​ໂຫດ​​ນານ​ກິ່ງ​ເມືອງ​ຮິ​ໂຣ​ຊິ​ມະໄດ້​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ ​ຈັດ​ຂຶ້ນ​ຢູ່​ເມືອງຮິ​ໂຣ​ຊິ​ມະປະ​ເທດ​ຍີ່​ປຸ່ນ​ໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້.

ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ຕີ​ລາ​ຄາ​​ສູງ​ຕໍ່ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້ ໂດຍເນັ້ນ​ວ່າ, ເຫດ​ການ​ສັງ​ຫານ​ໂຫດ​ນານ​ກິ່ງ​ເປັນ​ປະ​ຫວັດ​ສາດ​ທີ່​ເຈັບ​ແສບ​ຕອນ​ໜຶ່ງ​ທີ່​ລືມ​ບໍ່​ໄດ້​ຢ່າງ​ເດັດ​ຂ​າດ. ​ໃນ​ໂອ​ກາດ​ທີ່ປີ​ນີ້​ແມ່ນ​ວັນ​ລະ​ນຶກ​ເຫດ​ການ​ສັງ​ຫານ​ໂຫດ​ນານ​ກິ່ງ​​ຄົບ​ຮອບ 80 ປີ, ​ທ່ານ​ໄດ້​ເນັ້ນ​ວ່າ: ເຫດ​ການ​ດັ່ງ​ກ່າວ​ແມ່ນ​ໂທດ​ກຳ​ໜັກ​ໜ່ວງ​ທີ່​ລັດ​ທິ​ຂຸນ​ເສິກ​ຍີ່​ປຸ່ນ​ກໍ່​ຂຶ້ນ​ໃນ​ໄລ​ຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ເປັນ​ປະ​ຫວັດ​ສາດ​ຂອງ​ການ​ເກີດ​ໂສກ​ນາດ​ຕະ​ກຳ​ທີ່​​ບໍ່​ສາ​ມາດ​ລືມ​ໄດ້​ຢ່າງ​ເດັດ​ຂາດ. ​ຈາກ​ນີ້​ຈິ່ງມີ​ແຕ່​​ນຳ​ເອົາ​ປະ​ຫວັດ​ສາດ​ມາ​ເປັນ​ບົດ​ຮຽນ​ຢ່າງ​ເລິກ​ເຊິ່ງ, ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​​ໂສກ​ນາດ​ຕະ​ກຳ​ແບບ​ນີ້​ເກີດ​ຂຶ້ນ​ອີກ ​ທັງຈະ​ສາ​ມາດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຢ່າງ​ແທ້​ຈິງ ແລະ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ