ສະຖານີຕຳຫຼວດປ່າໄມ້ເມືອງພູເອີ ແຂວງຢູນນານ ສປ ຈີນລາຍງານໃນວັນທີ 19 ກໍລະກົດນີ້ວ່າ:ໄລຍະນີ້, ຊ້າງປ່າອາຊີ 13 ໂຕໄດ້ບຸກທົ່ງນາຂອງຊາວບ້ານເປັນເວລາຫຼາຍມື້ຕິດຕໍ່ກັນ, ແຕ່ບໍ່ໄດ້ທຳລາຍຄົນ. ຫຼັງກວດກາແລ້ວພົບວ່າ: ຝູງຊ້າງດັ່ງກ່າວພຽງແຕ່ເຂົ້າມາກິນເຄື່ອງປູກຂອງຝັງຂອງຊາວບ້ານເທົ່ານັ້ນ. ປັດຈຸບັນ,ເຈົ້າໜ້າທີ່ຕຳຫຼວດປ່າໄມ້ທ້ອງຖິ່ນດັ່ງກ່າວກຳລັງຈັດຕັ້ງກຳລັງເຝົ້າຍາມປະຈຳການເພື່ອຕິດຕາມສະພາບການເຄື່ອນໄຫວຂອງຊ້າງປ່າເພື່ອປ້ອງກັນບໍ່ໃຫ້ຊ້າງປ່າທຳຮ້າຍຄົນທັງປ້ອງກັນຄວາມປອດໄພຂອງຊ້າງປ່າອີກດ້ວຍ.