ກອງທັບປາກິສະຖານລາຍງານວ່າ: ໃນວັນທີ 19 ກໍລະກົດນີ້, ທະຫານອິນເດຍໄດ້ຍິງປືນໃສ່ຝ່າຍຕົນຢູ່ເຂດກັສເມຍອີກເທື່ອໜຶ່ງຢ່າງບໍ່ມີເຫດຜົນ ເຊິ່ງທະຫານປະເທດຕົນກໍໄດ້ຕອບໂຕ້ຕໍ່ການໂຈມຕີຂອງທະຫານອິນເດຍຄືນ.
ກົມຖະແຫຼງຂ່າວຂອງສາມເຫຼົ່າທັບປາກິສະຖານໄດ້ອອກຖະແຫຼງການໃນຕອນຄ່ຳມື້ດຽວກັນວ່າ: ໃນມື້ດັ່ງກ່າວ, ທະຫານອິນເດຍໄດ້ຍິງໃສ່ທີ່ໝັ້ນແລະປະຊາຊົນຢູ່ເບື້ອງປາກິສະຖານທີ່ໃກ້ເສັ້ນຄວບຄຸມຕົວຈິງລະຫວ່າງສອງປະເທດເຂດກັສເມຍ ສົ່ງຜົນເຮັດໃຫ້ທະຫານປາກິສະຖານເສຍຊີວິດ 1 ຄົນ, 2 ຄົນບາດເຈັບ, ຂະນະທີ່ປະຊາຊົນກໍເສຍຊີວິດ 2 ຄົນ ແລະ 5 ຄົນບາດເຈັບ.
ຖະແຫຼງການລະບຸວ່າ: ທະຫານປາກິສະຖານໄດ້ຕອບໂຕ້ຕໍ່ການໂຈມຕີຂອງທະຫານອິນເດຍຄືນ ໂດຍໄດ້ທຳລາຍທີ່ໝັ້ນອິນເດຍທີ່ຍິງໃສ່ປາກິສະຖານ ແລະຍິງນັກຮົບອິນເດຍເສຍຊີວິດຢ່າງໜ້ອຍ 5 ຄົນ, ຫຼາຍຄົນບາດເຈັບ. ຖະແຫຼງການຊີ້ວ່າ: ການກະທຳໃດໆທີ່ລະເມີດສັນຍາວ່າດ້ວຍການຢຸດຍິງຢ່າງບໍ່ມີເຫດຜົນແຕ່ປະການໃດລ້ວນແຕ່ຈະຖືກຕອບໂຕ້ຄືນຈາກກອງທັບປາກິສະຖານຢ່າງເດັດຂາດ.