ກຸ່ມ​ປະ​ກອບ​ອາ​ວຸດ​​ປະ​ຊາ​ຊົນອູ​ແກ​ຣນ​ປະ​ກາດ​ສ້າງ​ຕັ້ງ​ປະ​ເທດ​ໃໝ່
2017-07-20 10:40:33  cri 
ທ່ານ​ອາ​ເລັກ​ຊັນ​ເດີ ຈາ​ຄາ​ເຊນ​ໂກ ຜູ້​ນຳ "ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ດົນ​ເນ​ສ​ກາ​ຢາ" ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​​ປະ​ຊາ​ຊົນພາກ​ຕາ​ເວັນ​ອອກ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ ​ໄດ້ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ, ຫຼັງຜູ້​ຕາງ​ໜ້າ​ທ້ອງ​ຖິ່ນ​ຕ່າງໆ​ທົ່ວ​ປະ​ເທດ​ອູ​ແກ​ຣນໄດ້​ຫາ​ລື​ແລະ​ໃນ​ທີ່​ສຸດ​ກໍ​ໄດ້ຕົກ​ລົງ​ສ້າງ​ຕັ້ງ "ຣັດ​ເຊຍ​ນ້ອຍ" ​ແທນ​ອູ​ແກ​ຣນ ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ອູ​ແກ​ຣນ​ຢ່າງ​ສິ້ນ​ເຊີງ. "ຣັດ​ເຊຍ​ນ້ອຍ" ເປັນ​ຜູ້​ສືບ​ທອດ​ອູ​ແກ​ຣນ ແລະ​ນະ​ຄອນຫຼວງ​ຕັ້ງ​ຢູ່​ເມືອງ​ດົນ​ເນ​ສ​ກາ​ຢາ ແລະ​ກຽ​ມ​ຈະ​ເປັນ​ສູນ​ວັດ​ທະ​ນະ​ທຳ​ແລະປະ​ຫວັດ​ສາດ.

"ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ລູ​ຮັນ​ສ" ​ກຸ່ມ​ປະ​ກອບ​ອາ​ວຸດປະ​ຊາ​ຊົນ​ອີກ​ກຸ່ມ​ໜຶ່ງ​​ຢູ່​ພາກ​ຕາ​ເວັນ​ອອກ​ສ້າງ​​ນັ້ນ ບໍ່​​ສະ​ໜັບ​ສະ​ໜູນ​ການ​ຕົກ​ລົງ​ດັ່ງ​ກ່າວ.

ຂ່າວ​ສານ​ຣັດ​ເຊຍ​ມື້​ນີ້​ລາຍ​ງານ​ວ່າ, ທ່ານ​ດິ​ມີ​ຕ​ຣີ ເປ​ສ​ກົ​ຟ ເລ​ຂາ​ຖະ​ແຫຼງ​ຂ່າວ​ປະ​ທາ​ນາ​ທິ​ບໍ​ດີ​ຣັ​ດ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ, ຣັດ​ເຊຍ​ໄດ້​​ຮູ້​ເລື່ອງ​ສ້າງ​ຕັ້ງປະ​ເທດ "ຣັດ​ເຊຍ​ນ້ອຍ" ຈາກ​ການ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ ໂດຍ​ກ່າວ​ວ່າ ການ​ຕົກ​ລົງ​ດັ່ງ​ກ່າວ​ເປັນ​ຈຸດ​ຢືນ​ສ່ວນ​ຕົວ​ຂອງ​ທ່ານ​ຈາ​ຄາ​ເຊນ​ໂກ ເຊິ່ງຣັດ​ເຊຍ​ຍັງ​ເຄົາ​ລົບ​ສັນ​ຍາ​ມິງ​ຄື​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ