ເຈົ້າໜ້າທີ່ສະຖາບັນຄົ້ນຄວ້າວິທະຍາສາດວັດແທກແລະແຕ້ມແຜນທີ່ແຂວງໄຮຫຼົງຈຽງຈີນເປີດເຜີຍໃນວັນທີ 19 ກໍລະກົດນີ້ວ່າ, ນັກວິຊາການຂອງຕົນໄດ້ສຳເລັດໜ້າທີ່ເກັບກຳຂໍ້ມູນພື້ນທີ່ພູມສາດເຂດອັງກໍວັດເປັນຄັ້ງທຳອິດ ແລະຈະແຕ້ມແຜນທີ່ອັງກໍວັດດ້ວຍເຕັກນິກຂອງຈີນ.
ໃນຖານະເປັນຜາສາດທີ່ໃຫຍ່ທີ່ສຸດໃນໂລກ, ອັງກໍວັດເປັນສັນຍະລັກຂອງປະເທດກຳປູເຈຍ ແລະເປັນມໍລະດົກວັດທະນະທຳຂອງໂລກ ແລະພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ", ສະຖາບັນຄົ້ນຄວ້າວິທະຍາສາດວັດແທກແລະແຕ້ມແຜນທີ່ແຂວງໄຮຫຼົງຈຽງໄດ້ສົ່ງນັກວິຊາການໄປແຕ້ມແຜນທີ່ອັງກໍວັດ ໂດຍການນຳໃຊ້ຍົນບໍ່ມີຄົນຂັບ ແລະອື່ນໆ ເພື່ອເກັບກຳຂໍ້ມູນລະອຽດຕ່າງໆ ແລະສະໜອງຂໍ້ມູນສຳຄັນໃຫ້ແກ່ການວາງສະແດງແລະປົກປັກຮັກສາອັງກໍວັດຕໍ່ໄປ.