ການ​ປິ່ນ​ປົວທາງ​ໄກ​ເຮັດ​ໃຫ້​ການ​ປິ່ນ​ປົວ​ຕ່າງ​ແຂວງ​​ຢູ່ຈີນ​ງ່າ​ຍ​ຂຶ້ນ
2017-08-03 16:41:19  cri 


ຕາມ​ຂ່າວCRI: ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຢ່າງວ່ອງ​ໄວ, ການ​ປິ່ນ​ປົວ​​ທາງ​ໄກ​ໄດ້​​ເປັນ​ການ​ເພີ່ມ​ຕື່ມ​ທີ່​ເປັນ​ປະ​ໂຫຍດ​ຂອງວິ​ທີ​ການ​ປິ່ນ​ປົວ​ດັ້ງ​ເດີມ. ດ້ວຍ​ບົດ​ບາດ​ສຳ​ຄັນ​ດັ່ງ​ກ່າວ​ເມື່ອ​ທ້າຍ​ປີ 2009, ໂຮງ​ໝໍ​ປະ​ຊາ​ຊົນ​ແຂວງ​ຈ່ຽງ​ຊູ່​ໄດ້​ສ້າງ​ຕັ້ງ​ສູນ​ປິ່ນ​ປົວ​​ທາງໄກ,​ແລະ​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ,ຜູ້​ເປັນ​ພະ​ຍາດ​ທີ່​ມີ​ອາ​ການ​ໜັກ​​ຢູ່​ຕ່າງ​ແຂວງ​ແລະ​ເມືອງ​​​ພຽງ​ແຕ່​ໃຊ້ຈໍ​ໂທ​ລະ​ພາບ​ສອງ​ຈໍ​ກໍສາ​ມາດ​ແກ້​ໄຂ​ບັນ​ຫາ​ການ​ປິ່ນ​ປົວ​ທີ່ຍາກ​ແລະ​ທາງ​ໄກ​​​ໄດ້​ຢ່າງ​ສະ​ບາຍໂດຍ​ບໍ່​ຕ້ອງ​ຫຍຸ້ງ​ຍາກ​ໃນ​ການ​ໄປ​​ຕ່າ​ງ​ແຂວງຕື່ມ​ອີກ​ແລ້ວ ແລະ​ຜູ້​ຊ່ຽວ​ຊານການ​ປິ່ນ​ປົວ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ກໍ​ສາ​ມາດກວດ​ພະ​ຍາດ​ໄດ້​ຢ່າງງ່າຍ​​ດາຍໂດຍ​ບໍ່​ຕ້ອງ​ໄປ​ກວດ​ຜູ້​ເປັນ​ພະ​ຍາດ​ຕົວ​ຈິງ​ອີກ. ນອກ​ຈາກ​ໃຊ້​ລະ​ບົບ​ການ​ປິ່ນ​ປົວ​ທາງ​ໄກ​ທີ່ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຂອງ​ຄວາມ​ວ່ອງ​ໄວ​ແລະ​ປະ​ສິດ​ທິ​ພາບ​ສູງ​ແລ້ວ, ຍັງ​ສາ​ມາດ​ສັບ​ຊ້ອນ​​ພະ​ນັກ​ງານ​ແລະ​ອຸ​ປະ​ກອນ​ສາ​ທາ​ລະ​ນະ​ສຸກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​​ມອບ​ໂອ​ກາດອັນ​ລ້ຳ​ຄ່າ​ໃຫ້​ແກ່​ຜູ້​ເປັນ​ພະ​ຍາດ​ໜັກ​ຂະ​ນະ​ເກີດ​ເຫດ​ການ​ຢ່າງ​ກະ​ທັນ​ຫັນ.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ