ຈີນ​ໃຊ້​ງົບປະມານ​ກວ່າ 400 ຕື້​ຢວນກໍ່ສ້າງ​ທາງຫຼວງຊົນນະບົດ
2017-08-29 11:20:42  cri 

ຫວ່າ​ມໍ່ໆ​ມາ​ນີ້, ທ່ານ​ອູ​ຊຸ່ນ​ເກິ່ງ ​ໂຄສົກ​ກະຊວງ​ຄົມມະນາຄົມ​ແລະ​ຂົນ​ສົ່ງ​ຈີນ ​ເປີດ​ເຜີຍ​ວ່າ: ​ໃນ 5 ປີຜ່ານມາ, ຈີນ​​ໄດ້​ສຸມ​ໃສ່ສ້ອມ​ແປງ ​ແລະ ກໍ່ສ້າງ​ທາງຫຼວງຊົນນະບົດ​ເຖິງ 9 ​ແສນ 8 ໝື່ນ 2000 ກິ​ໂລ​ແມັດ, ​​ໂດຍນຳ​ໃຊ້​ງົບປະມານ​​ສູນ​ກາງ 401 ຕື້ 600 ລ້ານ​ຢວນ. ຂະນະ​ທີ່​ມາ​ຮອດ​ທ້າຍ​ປີ 2016, ທາງຫຼວງຊົນນະບົດ​ທົ່ວ​ປະ​ເທດ​ມີ​ເຖິງ 3 ລ້ານ 9 ​ແສນ 6 ໝື່ນ​ກິ​ໂລ​ແມັດ ​ເຊິ່ງບັນດາຕາ​ແສງ, ​ເມືອງ​ນ້ອຍ ​ແລະ ບ້ານມີ​ທາງຫຼວງໄປ​ເຖິງ​ແລ້ວ.

​ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງທີ 13, ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ຈະ​ເລັ່ງກໍ່ສ້າງ​ທາງຫຼວງຊົນນະບົດ​ເພື່ອ​ບັນລຸ​ເປົ້າໝາຍ​​ມີ​ເສັ້ນທາງຫຼັກ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ຊົນນະບົດ​ກັບ​ພາຍ​ນອກ ​ແລະ ບັນລຸ​ເປົ້າໝາຍ​ການ​​ເດີນທາງຢ່າງ​ສະດວກ​ຢູ່​ເຂດຊົນນະບົດ, ຮັບປະກັນ​ບັນລຸ​ເປົ້າໝາຍ​ຕ່ຳ​ສຸດຄື​​ເຮັດ​ໃຫ້​ບັນດາຕາ​ແສງ, ​ເມືອງ​ນ້ອຍ ​ແລະ ບ້ານ​​ມີ​ທາງ​​ແໜ້ນໜາ​ຖາວອນ​ເຊື່ອມ​ຈອດກັນ​ກ່ອນ​ປີ 2019; ສ້າງ​​ເປັນຕາໜ່າງຈັດ​ສົ່ງ​ເຄື່ອງ​ຂອງ​ຊັ້ນ 3 ຢູ່​ຊົນນະບົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ