ພິມ​ຈຳ​ໜ່າຍ​ປຶ້ມ​ຄັດ​ຈ້ອນ​ຄຳ​ບັນ​ຍາຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ແລະ​ຄະ​ນະ​ຊາວ​ໜຸ່ມກ​ອມ​ມູ​ນິດ
2017-09-11 14:36:24  cri 
​ປຶ້ມ​ຄັດ​ຈ້ອນ​ຄຳ​ບັນ​ຍາຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ແລະ​ຄະ​ນະ​ຊາວ​ໜຸ່ມກ​ອມ​ມູ​ນິດ ທີ່​ຫ້ອງ​ການ​ຄົ້ນ​ຄ​ວ້າ​ສຳ​ເນົາ​ເອ​ກະ​ສານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຮຽບ​ຮຽງ ໄດ້​ພິມ​ຈຳ​ໜ່າຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ​ແລ້ວ.

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີສະ​ຫາຍ​ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ວຽກ​ງານ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ແລະ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ທັງ​ໄດ້​ເອົາ​ໃຈ​ໃສ່​​ຕໍ່ການ​ເຕີບ​ໃຫຍ່​ຂະ​ຫ​ຍາຍ​ຕົວ​ຢ່າງ​ປອດ​ໃສ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ. ​ຂະ​ນະ​ທີ່ສະ​ຫາຍ​ສີ​ຈິ້ນ​ຜິງ​ໄດ້​ມີ​ຄຳ​ບັນ​ຍາຍ​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ວຽກ​ງານ​ນີ້ ເຊິ່ງ​ລວມ​ມີ​ທັງ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ທີ່​ສຳ​ຄັນ​ພາຍ​ໃຕ້​ສະ​​ພາບ​ການ​ໃໝ່ ແລະ​ໄດ້​ຊີ້​ແຈ້ງ​ໜ້າ​ທີ່​ປະ​ຫວັດ​ສາດ​ແລະ​ເສັ້ນ​ທາງ​ເຕີບ​ໂຕ​ຂອງ​ຊາວ​ໜຸ່ມ​ໃນ​ຍຸກ​ປັດ​ຈຸ​ບັນ.

ປຶ້ມ​ນີ້​​ແບ່ງ​ເປັນ 8 ຫົວ​ຂໍ້ ແລະ​​ບັນ​ຍາຍ 189 ຕອນ ເຊິ່ງ​ຄັດ​ຈ້ອນ​ຕາມ​ສຳ​ເນົາ​ເອ​ກະ​ສານ​ສຳ​ຄັນ 40 ກວ່າ​ບົດ ໃນ​ໄລ​ຍະ​ແຕ່​ວັນ​ທີ 29 ພະ​ຈິກ​ປີ 2012 ຫາ​ວັນ​ທີ 3 ພຶດ​ສະ​ພາ​ປີ 2017 ແລະ​ມີ​ສ່ວນ​ໜຶ່ງ​ໄດ້​ເປີດ​ເຜີຍ​ຕໍ່​ພາຍ​ນອກ​ເປັນ​ຄັ້ງ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ