ເມືອງ​ເປີຍ​ໄຫເອົາ​ໃຈ​ສ່​ເພີ່ມ​ການ​ຮັກ​ສາ​ປ່າ​​ຕົ້ນ​ແດງ, ເລັ່ງ​ສ້າງ​ເມືອງ​ຊີ​ວະ​ພາບ
2017-09-25 10:54:33  cri 

ຕາມ​ຂ່າວ CRI: ວັນ​ທີ 19 ເມ​ສາ​ປີ​ນີ້​ໃນ​ໂອ​ກາດ​ສຳ​ຫຼວດ​ເຂດ​ອະ​ນຸ​ລັກ​ປ່າ​​ຕົ້ນ​ແດງ​ອ່າວ​ທະ​ເລ​ຄຳ​ເມືອງ​ເປີຍ​ໄຫ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ ສ​ປ ຈີນ, ທ່ານ​ສີ​ຈິ້ນ​ຜີງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊີ້ວ່າ, "ຄວນ​ເຮັດ​ວຽກ​ຄົ້​ນ​ຄວ້າ​ແລະ​ອະ​ນຸ​ລັກ​ພືດທີ່​ຫາ​ຍາກ​ໃຫ້​ດີ, ສ້າງ​ເຂດ​ຊີ​ວະ​ພາບ​ດິນ​​ທາມ​ຊີ​ວະ​ນາ​ໆ​ພັນ​ທາງ​ທະ​ເລ​ໃຫ້​ດີ". ຫຼັງ​ຈາກ​ນັ້ນ, ເມືອງ​ເປີຍ​ໄຫ​ໄດ້​ເພີ່ມ​​ເອົາ​ໃຈ​ໃສ່​ເພີ່ມການ​ອະ​ນຸ​ລັກ​ປ່າ​ຕົ້ນ​ແດງ, ແລະ​ໄດ້ສ້າງ "ແຜນ​ການ​​ຊຸກ​ຍູ້​ການ​ກໍ່​ສ້າງ​ເມືອງ​ຊີ​ວະ​ພາບ"

ທ່ານ​ລ້ຽວ​ຈື​ເຄີ ຮອງ​ຫົວ​ໜ້າ​ພະ​ແນກ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເມືອງ​ເປີຍ​ໄຫ​ກ່າວ​ວ່າ, ຫຼັງ​ທ່ານ​ສີ​ຈິ້ນ​ຜີງ ສຳ​ຫຼວດ​ເມືອງ​ເປີຍ​ໄຫ, ເຂດ​​ປ່າສະ​ຫງວນ​​ຕົ້ນ​ແດງ​ອ່າວ​ທະ​ເລ​ຄຳ​ໄດ້​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຕິດ​ຕາມ​ແລະ​ຮັກ​ສາ​, ເພື່ອ​ຮັບ​ປະ​ກັນ​ເຂດ​ສະ​ຫງວນ​ບໍ່​ຖືກ​ທຳ​ລາຍ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ