ທ່ານນາງ ລີວ​ຢຽນ​ຕຸ່ງ ຈະ​​ເປັນ​ປະ​ທານກອງ​ປະ​ຊຸມ​ຫາ​ລື​ບັນ​ຫາ​ສັງ​ຄົມ-ວັດ​ທະ​ນະ​ທຳ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທຳ​ອິດ​ຢູ່​ອາ​ເມ​ລິ​ກາ
2017-09-26 17:15:42  cri 
ວັນ​ທີ 25 ກັນ​ຍາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ຖະ​ແຫຼງວ່າ: ດ້ວຍ​ຄວາມ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຢູ່ມາ​ອາ​ລາ​ໂກ ທີ່​ໄດ້​ຕົກ​ລົງ​ກັນ​ຫຼັງ​ປຶກ​ສາ​ຫາ​ລືວ່າ, ກອງ​ປະ​ຊຸມສັງ​ຄົມ-ວັດ​ທະ​ນະ​ທຳ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 28 ກັນ​ຍາ​ນີ້. ທ່ານ ລີວ​ຢຽນ​ຕຸ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​​ເຂົ້າ​ຮ່ວມ​ແລະ​ເປັນ​ປະ​ທານ​ຮ່ວມ​ກັບ​ທ່ານ ເຮັກ​ຕິນ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ.

ໃນ​ກອງ​ປະ​ຊຸມ, ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆຢ່າງ​ເລິກ​ເຊິ່ງ ໂດຍຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​​ປະ​ສົບ​ຜົນ​ສຳ​ເນັດ​ຕາມ​ເປົ້າ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ