ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ອົງ​ການຕຳ​ຫຼວດ​ອາ​ຍາ​ສາ​ກົນ
2017-09-27 15:13:20  cri 

ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ສາ​ກົນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ສ​ປ ຈີນ​ໃນ​ວັນ​ທີ 26 ກັນ​ຍາ​ນີ້. ໂດຍທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ເຈົ້າ​ໜ້າ​ທີ່ບຸກ​ຄົນ​ປະ​ຕິ​ບັດ​ກົດ​ໝາຍ, ຜູ້​ຕາງ​ໜ້າ​​ອົງ​ການ​ຈັດ​ຕັ້ງ​ສ​າ​ກົນ​ທີ່​ກ່ຽວ​ຂ້ອງຈາກ 158 ປະ​ເທດ​ແລະ​ເຂດ​ແຄວ້ນ​​ເຂົ້າ​ຮ່ວມ. ໃນໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ ​ໄດ້ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຈົ່ງ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມຮ່ວມ​ຊະ​ຕາ​ກຳ​ດ້ານ​ຄວາມ​ປອດ​ໄພ​ທົ່ວ​ໄປ​ຂອງ​ມະ​ນຸດ, ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ສ​າ​ກົນ.

ທ່ານ​ສີ​ຈິ້ງ​ຜີງ ຊີ້​​ໃຫ້​ເຫັນວ່າ, ລັດ​ຖະ​ບານ​ຈີນ​ຈະ​ເພີ່ມ​ພະ​ລັງສະ​ໜັບ​ສະ​ໜູນ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ໃນ​ທົ່ວ​ໂລກໃນ 5 ປີ​ຕໍ່​ໜ້າ, ສະ​ໜັບ​ສະ​ໜູນ​ອົງ​ການ​ດັ່​ງ​ກ່າວເຄື່ອນ​ໄຫວ​​ຮ່ວມ​ທົ່ວ​ໂລກ 3 ຄັ້ງ​ຕໍ່​ປີ​​ເພື່ອຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ​ອາ​ຊະ​ຍາ​ກຳ​ທາງ​ອິ​ນ​ເຕີ​ເນັດ​ແລະ​ອາ​ຊະ​ຍາ​ກຳ​ແບບ​ໃໝ່​ທີ່​ມີ​​ການ​ຈັດ​ຕັ້ງ. ນອກ​ນີ້, ຍັງ​ຈະ​ເພີ່ມ​​ພະ​ລັງ​ສະ​ໜັບ​ສະ​ໜູນ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ໂລກ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ, ​ແລະ​ຍົກ​ອິດ​ທິ​ພົນ​ແລະ​ສິດ​ນຳ​ພາ​ໃນ​ທົ່ວ​ໂລກ​ຂອງ​ອົງ​ການ​ດັ່ງ​ກ່າວ.



ທ່ານ​ສີ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ, ປະ​ເທດ​ຕົນ​ຍິນ​ດີ​ຮ່ວມ​ມື​ແລະ​ປະ​ສານ​ສົມ​ທົບກັບ​ບັນ​ດາ​ປະ​ເທດ​ສະ​ມາ​​ຊິກ​​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຢ່າງ​ໃກ້​ຊິດ, ແບ່ງ​ປັນ​ບົດ​ຮຽນ​ການ​ຄວບ​ຄຸມ​ຄວາມ​ປອດ​ໄພ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄວບ​ຄຸມ​ຄວາມ​ປອດ​ໄພ​ທົ່ວ​ໂລກ​ແລະ​ປະ​ກອບ​ສ່ວນ​ເຫື່ອ​ແຮງ​ແລະ​ສະ​ຕິ​ປັນ​ຍາ​ຂອງ​ຕົນຢ່າງ​ເຕັມ​ທີ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ