ປະ​ເທດ​ຈີນ​ທີ່​ຮຸ່ງ​ເຮືອງ (​ວິ​ດີ​ໂອ)
2017-09-27 16:36:26  cri 

 

ຂ້ອຍ​ຊື່​ຊົ້ງ​ສ້ຽວ​ນັນ, ແມ່ນ​​ສະ​ຖາ​ປະ​ນິກ, ສິ່ງ​ທີ່​ຂ້ອຍ​ມັກ​ທີ່​ສຸດ​ກໍ​ຄື​ບັນ​ທຶກ​ການ​ປ່ຽນ​ແປງ​ຂອງ​ຕົວ​ເມືອງ​ໂດຍ​ຜ່ານ​ຮູບ​ຖ່າຍ​ແລະ​ວິ​ດີ​ໂອ. ​ຕະ​ຫຼອດ​ໄລ​ຍະ 5 ປີ​ຜ່ານ​ມາ, ຂ້ອຍ​ໄດ້​ບັນ​ທຶກ​ການ​ປ່ຽນ​ແປງ​ເຊິ່ງ​ເປັນ​ໂສມ​ໜ້າ​ໃໝ່​ຂອງ​ນະ​ຄອນ​ທຽນ​ສິນ. ການ​ປ່ຽນ​ແປງ​ດ້ວຍ​ຈັງ​ຫວະ​ໄວ​ດັ່ງ​ກ່າວ​ເຮັດ​ໃຫ້​ຂ້ອຍ​ຮູ້​ສຶກວ່າ​ຖ່າຍ​ວິ​ດີ​ໂອ​ຂອງ​ຂ້ອຍ​ບາງ​ເທື່ອ​ອາດ​ຈະ​ບໍ່​ທັນ​ການ​ປ່ຽນ​ແປງ​ຂອງ​ຕົວ​ເມືອງ​ດ້ວຍ​ຂ້າ​ໄປ.

ນະ​ຄອນ​ທຽນ​ສິນ​ເປັນ​ບ້ານ​ເກີດ​ຂອງ​ຂ້ອຍແລະ​ໃນ​ຖາ​ນະ​ເປັນ​ຕົວ​ເມືອງ​ສຳ​ຄັນ​ແຫ່ງ​ໜຶ່ງ​ຢູ່​ພາກ​ເໜືອ​ຈີນ, ນະ​ຄອນ​ທຽນ​ສິນ​ໃນ​ປັດ​ຈຸ​ບັນ​ຂະ​ຫຍາຍ​ຕົວ​ດີ​ສົມ​ຄວນ​ແລະ​ກໍ​ບໍ່ນ້ອຍ​ໜ້າ​ຕົວ​ເມືອງ​ໃດໆ​ໃນ​ໂລກ. ຂ້ອຍ​ພາກ​ພູມ​ໃຈ​ຕໍ່​ປະ​ເທດ​ຊາດ​ຂອງ​ຕົນ, ໃນ​ເສັ້ນ​ສະ​ແດງ​ເສດ​ຖະ​ກິດ​ຈີນ​ປະ​ກົດ​ມີ 12 ຕົວ​ເມືອງ​ບັນ​ລຸ GDP ຫຼາຍກວ່າພັນ​ຕື້ຢວນ, ເສດ​ຖະ​ກິດ​ຈີນ​ໄດ້​ຫັນ​ຈາກ​ເສດ​ຖະ​ກິດ​ລະ​ດັບ​ແຂວງ​ມາ​ສູ່​ເສດ​ຖະ​ກິດ​ກຸ່ມ​ຕົວ​ເມືອງ, ແລະ​ກຸ່ມ​ຕົວ​ເມືອງ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ກາຍ​ເປັນ​ທ່າ​ແຮງ​ໃໝ່​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ