ເວັບ​ໄຊ​ສູນ​ຖະ​ແຫຼງ​ຂ່າວ​ແລະຊື່​ວີ​ແຊດຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ຈະ​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 11 ຕຸ​ລາ​ນີ້
2017-10-09 16:47:38  cri 
ເວັບ​ໄຊ​ສູນ​ຖະ​ແຫຼງ​ຂ່າວ(http://19th.cpcnews.cn)​ແລະຊື່​ວີ​ແຊດ(​ຊື່:cpcnews19th)​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ຕຸ​ລາ​ນີ້.
ຂ່າວ​ແຈ້ງວ່າ, ເວັບ​ໄຊ​ສູນ​ຖະ​ແຫຼງ​ຂ່າວ​ແລະຊື່​ວີ​ແຊດດັ່ງ​ກ່າວ​ຈະ​ເຜີຍແຜ່​ວາ​ລະ​ປະ​ຊຸມ, ສະ​ພາບ​ການ, ປະ​ກາດ​ແລະຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ດ້ວຍ​ພາ​ສາ​ຈີນ​ແລະ​ອັງ​ກິດ​ໃຫ້​ແກ່​ນັກ​ຂ່າວ​ແລະ​ຜູ້​ຊົມ​ຈີນ​ແລະ​ຕ່າງ​ປະ​ເທດ​​ພ້ອມ​ທັງ​ສະ​ໜອງ​ຂໍ້​ມູນ​ເບື້ອງ​ຫຼັງ, ຄວາມ​ຮູ້​​ທິດ​ສະ​ດີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ອື່ນໆ. ນອກ​ນີ້, ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຍັງ​ສາ​ມາດ​ຄົ້ນ​ຫາ, ຊອກ​ຮູ້​ເນື້ອ​ໃນ​ແລະ​ມາດ​ຕະ​ການ​ຕ່າງໆ​ຂອງ​ສູນ​ຖະ​ແຫຼງ​ຂ່າວ​ໂດຍ​ຜ່ານ​​ເວັບ​ໄຊ​ແລະຊື່​ວີ​ແຊດ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ