ໄຂກອງ​ປະ​ຊຸມ​ໃຫຍ່ຢາແລະ​ແພດ​ແຜນ​ຈີນ​ໂລກ​ຄັ້ງ​ທີ 14 ​ຢູ່​ບາງກອກ
2017-10-22 15:11:00  cri 
ກອງ​ປະ​ຊຸມ​ໃຫຍ່ຢາ​ແລະ​ແພດ​​ແຜນຈີນ​ໂລກ​ຄັ້ງ​ທີ 14 ​ແລະ​ສັບ​ປະ​ດາ​ວັດ​ທະ​ນະ​ທຳຢາ​ແລະ​ແພດ​ແຜນ​ຈີນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 21 ຕຸ​ລາ​ນີ້, ​ໂດຍຜູ້​ຊ່ຽວ​ຊານ​ແລະ​ແຂກ​​ຮັບ​ເຊີນປະ​ມານ 1000 ຄົນ​ຈາກ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸ​ມ​ຄັ້ງ​ນີ້​ແມ່ນ​ສະ​ມາ​ຄົມ​ນາຍ​ແພດ​ຈີນ​ຂອງ​ໄທ​ເປັນ​ຈັດ​ຂຶ້ນ​ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ສະ​ມາ​ຄົມ​ຢາ​ແລະ​ແພດ​ແຜນ​ຈີນ​ໂລກ, ໂດຍ​ເນັ້ນ​ຫົວ​ຂໍ້ "ຊ່ວຍ​ໝູນ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ຮັບ​ໃຊ້​ເພື່ອ​ສຸ​ຂະ​ພາບ​ແຂງ​ແຮງ​ຂອງ​ປະ​ຊາ​ຊົ​ນ'", ເພື່ອ​ເພີ່ມ​ທະ​ວີ​ແລະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວິ​ຊາ​ການ​ຢາ​ແລະ​ແພດ​ແຜນ​ຈີນ​ໃນ​ສາ​ກົນ, ເລັ່ງ​ລັດ​ຂະ​ບວນ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ການ​ຂະ​ຫຍາຍ​ຕົວ​ໃນ​ສາ​ກົນ​ແລະ​ມີ​ມາດ​ຕະ​ຖານ​ຂອງ​ຢາ​ແລະ​ແພດ​ແຜນ​ຈີນ.

ຂະ​ນະ​ດຽວ​ກັນ​ນັ້ນ, ກອງ​ປະ​ຊຸມ​ດັ່​ງ​ກ່າວ​ຍັງ​ໄດ້​ຈັດ "ງານ​ວາງ​ສະ​ແດງ​ການ​ຄ້າ​ແລະ​ບໍ​ລິ​ການຢາ​ແລະ​ແພດ​​ແຜນ​ຈີນ​ຄັ້ງ​ທີ 11", ​ໂດຍໄດ້​ຕັ້ງຫ້ອງວາງ​ສະ​ແດງ 4 ຫ້ອງ​ເພື່ອ​ສະ​ແດງ​ການ​ຮັກ​ສາ​ສຸ​ຂະ​ພາບ​ດ້ວຍ​ການ​ຝັງ​ເຂັມ, ສຸ​ຂະ​ພາບ​ແຂງ​ແຮງ​ຂອງ​ກະ​ດູກ​ສັນ​​ຫຼັງແລະ​ອື່ນໆ, ​ເຊິ່ງ​ເປັນ​ການສະ​ໜອງ​ໂອ​ກາດ​ແລກ​ປ່ຽນ​ບົດ​ຮຽນ​​ໃນ​ການ​ປິ່ນ​ປົວແລະ​ເຜີຍ​ແຜ່​ໝາກ​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ຕົນ​ໃຫ້​ແກ່​ບັນ​ດາ​ຜູ້​ແທນ​ທີ່​ຮ່ວມ​ປະ​ຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ