ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ອາ​ເປັກ​ຄັ້ງ​ທີ 24 ສິ້ນ​ສຸດ​ລົງ​ຢູ່​ຫວຽດ​ນາມ
2017-10-22 17:41:01  cri 
ກອງ​ປະ​ຊຸມ​​ລັດ​ຖະ​ມົນ​ຕີ​ການ​ເງິນ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື​​ເອ​ເປັກ​ຄັ້ງ​ທີ 24 ໄດ້​ອັດ​ລົງ​ຢູ່​ຫວຽດ​ນາມ​ໃນ​ວັນ​ທີ 21 ຕຸ​ລາ​ນີ້. ກອງ​ປະ​ຊຸມ​ຊີ້​ວ່າ, ປັດ​ຈຸ​ບັນ​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ເສດ​ຖະ​ກິດ​ໂລກ​ມີ​​ອະ​ນາ​ຄົດການເຕີບ​ໂຕ​ດີ​ຂຶ້ນ​ຊັກ​ໃຊ້, ແຕ່​​ເບິ່ງໃນ​ໄລ​ຍະ​ກາງ​ແລ້ວ​ຍັງ​ມີ​ຄວາມ​ສ່ຽງ. ກຸ່ມ​ເສດ​ຖະ​ກິດ​ຕ່າງໆ​ຂອງ​​ອາ​ເປັກ​ຕ່າງ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ນຳ​ໃຊ້​ນະ​ໂຍ​ບາຍ​ຂອງ​ຕົນ​ແລະ​ຮ່ວມກັນ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ໃຊ້​ໄດ້, ລ​ວມ​ທັງ​ນະ​ໂຍ​ບາຍ​ການ​ເງິນ, ເງິນ​ຕາ​ແລະ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ, ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ໃຫ້​ເຕີບ​ໂຕ​ຢ່າງ​​ແຂງແຮງ, ດຸນ​ດ່ຽງ​ແລະ​ກວມ​ລວມ.

ຜູ້​ແທນ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ, ຄວນ​ຍຶດ​ໝັ້ນ​​ລັດ​ທິ​ຫຼາຍ​ຝ່າຍແລະ​ເດັດ​ດ່ຽວ, ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ການ​ຄ້າ​ເສ​ລີ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ແລະ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້. ຂະ​ນະ​ທີ່ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ຕຸ​ລາ​ນີ້​ໄດ້​ເຈາະ​ຈົງ​ປຶກ​ສາ​ຫາ​ລ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ສະ​ຖາ​ນະ​ການ​​ເສດ​ຖະ​ກິດແລະ​ການ​ເງິນ​ຂອງ​ໂລກ​ແລະ​ພາກ​ພື້ນ, ການ​ລົງ​ທຶນ​ໄລ​ຍະ​ຍາວ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ລະ​ດົມ​ທຶນ​ແລະ​ປະ​ກັນ​ໄພ​​ຄວາມ​ສ່ຽງ​ຈາກໄພ​ພິ​ບັດ​ແລະ​ອື່ນໆ, ນອກ​ນີ້ກອງ​ປະ​ຊຸມ​ຍັງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ