ວິ​ສາ​ຫະ​ກິດ​ຈີນ​ປັບ​ປຸງ​ໂຮງ​ຜະ​ລິດ​ໄຟ​ຟ້າ​ຢູ່ເບ​ລາ​ຣູ​ຊີ​ເພື່ອສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ
2017-10-22 17:46:19  cri 
ໂຮ​ງ​ຜະ​ລິດ​ໄຟ​ຟ້າ​ໂກ​ເມນ​ເລກ 1 ​ຂອງ​ເບ​ລາ​ຣູ​ຊີທີ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ໂຄງ​ການ​ອຸ​ປະ​ກອນ​ເຄື່ອງ​ຈັກ​ຈີນ​ຈຳ​ກັດ​ຮັບ​ເໝົາ​ປັບ​ປຸງ​​ຍົກ​ລະ​ດັບໄດ້​ເລີ່ມ​ນຳ​ໃຊ້​​ຢ່າງ​ເປັນ​ທາງ​ໃນ​ວັນ​ທີ 21 ຕຸ​ລາ​ນີ້ການ, ​ເຊິ່ງ​ຈະ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ຢ່າງ​ຫຼວງ​ຫຼາຍ​ແລະ​ປະ​ຢັດ​ພະ​ລັງ​ງານ​ຢ່າງ​​ມີປະ​ສິດ​ທິ​ຜົນ.

​ລັດ​ຖະ​ມົນ​ຕີກະ​ຊວງ​ພະ​ລັງ​ງານ​ເບ​ລາ​ຣູ​ຊີ​ກ່າວ​ວ່າ, ໂຮງ​ຜະ​ລິດ​ໄຟ​ຟ້າ​ໂກ​ເມ​ນເລກ​ 1 ຫຼັງ​​ຮັບການ​ປັບ​ປຸງ​ຈະ​ສາ​ມາດ​ປະ​ຢັດ​ພະ​ລັງ​ງານ​ໄດ້​ຢ່າງ​ຫຼວງ​ຫຼາຍ​, ເຮັດ​ໃຫ້​ລາ​ຄາ​ໄຟ​ຟ້າ​ທ້ອງ​ຖິ່ນຫຼຸດ​ລົງ, ແລະ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ທາງ​ໄຟ​ຟ້າ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຫຼຸດ​ລົງເຊັ່ນ​ດຽວ​ກັນ.

ຂ່າວ​ແຈ້ງວ່າ, ນີ້​ແມ່ນ​ບໍ​ລິ​ສັດ​ດັ່ງ​ກ່າວ​ໃຊ້​ເງິນ​ກູ້​ຈາກ​ທະ​ນາ​ຄານ​ໂລກ​ແລະ​ສຳ​ເລັດ​ໂຄງ​ການ​ປັບ​ປຸງ​​ໂຮງ​ຜະ​ລິດ​ໄຟ​ຟ້າຢູ່​ເບ​ລາ​ຣູ​ຊີ​ເປັນ​ຄັ້ງ​ທຳ​ອິດ. ​ເຊິ່ງທຸກ​ຂັ້ນ​ຕອນ​​ການ​ດຳ​ເນີນ​ໂຄງ​ການ​​ຕ້ອງ​ຮັບ​ການກວດ​ກາ​ຈາກ​ວິ​ຊະ​ວ​ກະ​ກອນ​ຂອງ​ເບ​ລາ​ຣູ​ຊີ, ​ທັງ​ຮັບ​ການ​ຕິດ​ຕາມກວດ​ກາ​​ຈາກ​ຜູ້​ຊ່ຽວ​ຊານ​​ຂອງ​ທະ​ນາ​ຄານ​ໂລກ​ອີກ​ດ້ວຍ. ການ​​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ​ຢ່າງ​ສະ​ດວກ, ເປັນ​ການ​ທົດ​ລອງ​ທີ່​ດີ​ຄັ້ງ​ໜຶ່ງ​ກ່ຽວ​ກັບ​ການ​ສ້າງ​ພາບ​ພົດ​ອັນ​ດີ​ງາມ​ຂອງວິ​ສາ​ຫະ​ກິດ​ຈີນ​ໃນ​​ການ​ດຳ​ເນີນ​ໂຄງ​ການ​ທີ່ກູ້​ເງິນ​ຈາກ​ທະ​ນາ​ຄານ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ