ກອງ​ປະຊຸມ​ພັກກອມ​ມູນິດ​ຈີນ​ຄັ້ງທີ 19 ສືບ​ຕໍ່​ແບ່ງ​​ໜ່ວຍຄົ້ນຄວ້າ​
2017-10-23 17:06:58  cri 

ວັນ​ທີ 22 ຕຸລາ​ນີ້, ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ສືບ​ຕໍ່​ແບ່ງ​​ໜ່ວຍຄົ້ນຄວ້າ.

ສ່ວນສູນ​ຖະ​ແຫຼງຂ່າວ​ກອງ​ປະຊຸມກໍ​ໄດ້​ຈັດ​ພິທີ​ຖະ​ແຫຼງຂ່າວ​ຢູ່​ສູນມີ​ເດຍ ​ໂດຍ​ທ່ານ​ເສີນ​ປາວ​ເຊິ່ງ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ, ທ່ານ​ຫວງ​ຊູ້​ສຽນ ລັດ​ຖະມົນຕີ​ກະຊວງວຽກ​ງານ​ປະຊາ​ສົງ​ເຄາະ, ທ່ານ​ຢິນ​ເວີ້​ຍໝິນ ລັດຖະມົນຕີ​ກະຊວງຊັບພະຍາກອນມະນຸດ​ແລະ​ປະກັນ​ສັງຄົມ, ທ່ານ​ຫວາງ​ເໝິງຮຸ່ຍ ລັດຖະມົນຕີ​ກະຊວງກໍ່ສ້າງ​ເຮືອນ ​ແລະ ຕົວ​ເມືອງ-ຊົນນະບົດ, ທ່ານຫຼີປິ່ນ ປະທານ​ຄະນະ​ກຳມະການ​ສາທາລະນະ​ສຸກ ​ແລະ ການວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ ຕ່າງ​ກໍ​ໄດ້​ສະ​ເໜີ​ວຽກ​ງານ​​ເພື່ອຕອບ​ສະໜອງ​ຕາມ​ຄວາມມຸ່ງ​ຫວັງ​​ໃໝ່ຂອງ​ປະຊາຊົນ, ຮັບປະກັນ ​ແລະ ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ນອກ​ນີ້, ສູນ​ຖະ​ແຫຼງຂ່າວ​ກອງ​ປະຊຸມ ຍັງ​ໄດ້​ຈັດ​​ໃຫ້​ມີ​ການສຳພາດຂ່າວ​ຮ່ວມ​ທີ່​ເນັ້ນຫົວ​ຂໍ້ "ການ​ປະຕິ​ຮູບ​ສັງ​ລວມດ້ານ​ການ​ສຶກສາ" ​ແລະ "​ເສັ້ນທາງ​ກອງທັບ​​ເຂັ້ມ​ແຂງທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້ກ້າວໜ້າ​ຢ່າງ​ໜັກ​ແໜ້ນ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ