ຂະບວນລົດ​ການ​ເດີນ​ທາງ​ແຫ່ງວັດທະນະທໍາແມ່ນ້ຳລ້ານຊ້າງແມ່ນໍ້າຂອງເດີນທາງເຖິງ ສປປ ລາວ
2017-10-23 18:59:09  cri 


ເພື່ອໂຄສະນາເຜີຍ​ແຜ່ວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວ ທີ່ເປັນເອກະລັກພິເສດລຽບຕາມແລວທາງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ຂະບວນລົດ " ​ການ​ເດີນ​ທາງ​ແຫ່ງວັດທະນະທໍາແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ" ເຊິ່ງຈັດໂດຍກະຊວງ ວັດທະນະທໍາ ສປ ຈີນ ແລະ ອົງການທ່ອງທ່ຽວແຫ່ງ ລາຊະອານາຈັກໄທ ໂດຍຮ່ວມມືກັບບັນດາປະເທດທີ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ປະສານສົມທົບກັບງານສິລະປະອາຊີ ຄັ້ງທີ 15 ທີ່ເມືອງນິງປໍ ແຂວງເຈີຈ່ຽງ ສປ ຈີນ ໄດ້ເດີນທາງເຖິງ ສປປ ລາວ ໃນວັນທີ 22 ຕຸລານີ້ ໂດຍໄດ້ຮັບການຕ້ອນຮັບຈາກໂດຍສູນວັດທະນະທໍາຈີນປະຈໍາລາວ ທີ່ນະຄອນຫຼວງວຽງຈັນ ເຊິ່ງ​ມີທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖວທ, ແລະ ທ່ານ ຫວາງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມ​ດ້ວຍ​ພາກ​ສ່ວນກ່ຽວຂ້ອງທັງສອງຝ່າຍ ແລະ ບັນດາສື່ມວນຊົນເຂົ້າຮ່ວມຕ້ອນຮັບຂະບວນດ້ວຍ.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ