ວິ​ສາ​ຫະກິດ​ຈີນ​​ເຫັນຄວາມ​ສາມາດ​ບົ່ມຊ້ອນຂອງຕະຫຼາດການ​ສື່ສານ​ບັງ​ກະລາ​ເດັດ
2017-10-23 13:52:28  cri 
ມໍ່​ໆ​ມາ​ນີ້, ງານ​ວາງສະ​ແດງ​ເຕັກ​ນິກຂໍ້​ມູນຂ່າວສານ ​ແລະ​ການ​ສື່ສານ​ໃຫຍ່​ທີ່​ສຸດ​ຂອງ​ບັງ​ກະລາ​​ເດັດ​ໄດ້ປິດ​ສາກຢູ່​ນະຄອນຫຼວງດັກ​ກາ ​ໂດຍມີ​ຫຼາຍ 10 ຫົວໜ່ວຍ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້​ອງຂອງ​ຈີນ​​ເຂົ້າ​ຮ່ວມ ​ແລະ​​ກໍ​ເລັງເຫັນ​ຄວາມ​ສາມາດບົ່ມຊ້ອນ​ຂອງ​ຕະຫຼາດ​ດັ່ງກ່າວ.

ທ່ານ​ສຸບຣາຕາ ຊາ​ກາ ​ເລຂາທິການ​ໃຫຍ່​ສະມາຄົມ​ເຕັກນິກ​ຂໍ້​ມູນຂ່າວສານ ​ແລະ​ການ​ສື່ສານ​ບັງ​ກະລາ​ເດັດ​ກ່າວ​ວ່າ: ປະ​ເທດຕົນ​ດີ​ໃຈ​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວິ​ສາ​ຫະກິດ​ຈີນ​​ເຂົ້າຮ່ວມ​ງານ​ວາງ​ສະ​ແດງ​ດັ່ງກ່າວນັບ​ມື້​ຫຼາຍ​ຂຶ້ນ. ຂະນະ​ທີ່ຈີນກໍ​​ເປັນ​ປະ​ເທດ​​ແຫຼ່ງນຳ​ເຂົ້າ​ສິນຄ້າໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ຕົນ, ​​ໃນ​ນີ້, ​ສິນຄ້າ​ເຕັກ​ນິກຂໍ້​ມູນຂ່າວສານ ​ແລະ​ການ​ສື່ສານ​ເປັນ​ສິນຄ້າ​ນຳ​ເຂົ້າ​ທີ່​ສຳຄັນ.

ທ່ານ​ເຊີນ​​ເຫວີຍ ທີ່​ປຶກສາ​ທູດການ​ເມືອງ​ຈີນ​ປະຈຳ​ບັງ​ກະລາ​ເດັດ​ກ່າວ​​ໃຫ້​ສຳ​ພາດ​​ສຳນັກ​ຂ່າວສານ​ຊິນຮວາ​ວ່າ: ​ວິ​ສາ​ຫະກິດ​ຈີນ​ນັ​ໄດ້ເຂົ້າ​​ບັງ​ກະລາ​ເດັດ ​ເພື່ອ​ເປີດ​ຕະຫຼາດ​ໃຫຍ່ນັບ​ມື້​ຫຼາຍ​ຂຶ້ນ ​ແລະ​ຫວັງ​ວ່າ ວິ​ສາ​ຫະກິດ​ເຫຼົ່ານີ້​ຈະ​ສາມາດ​ສະໜອງ​ສິນຄ້າ ​ແລະ​ບໍລິການ​ໃຫ້​ສັງຄົມ​ບັງ​ກະລາ​ເດັດ​ໄດ້ດີກ​ວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ