ທ່ານລີ​ຊຽນ​ລົງ ນາຍົກລັດຖະມົນຕີສິງກະ​ໂປ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ແລະພົບ​ປະເຈລະຈາກັບ​ທ່ານ​ທຣຳ
2017-10-24 11:07:50  cri 
ວັນ​ທີ 23 ຕຸລາ​ນີ້, ທ່ານລີ​ຊຽນ​ລົງ ນາຍົກລັດຖະມົນ​ຕີ​ສິງ​ກະ​ໂປ​ຢ້ຽມຢາ​ມທຳນຽບຂາວ​ອາ​ເມ​ລິ​ກາ​ເປັນ​ເທື່ອ​ທີ​ສອງ​ນັບ​ແຕ່​ເດືອນສິງຫາ​ປີ 2016 ​ເປັນ​ຕົ້ນ​ມາ ​ແລະ​ພົບ​ປະ​ເຈ​ລະກາ​ກັບທ່ານ​ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ ​ທັງ​ເປັນ​ການ​ພົບ​ປະ​ອີກຄັ້ງ​ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດຮຳ​ເບີກG20​.

​ໃນ​ການ​ພົບ​ປະ​ຄັ້ງນີ້, ທ່ານລີ​ຊຽນ​ລົງ​ກ່າວ​ວ່າ: ສອງ​ຝ່າຍ​ໄດ້ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ ສິງ​ກະ​​ໂປ​ກັບ​ອາ​ເມ​ລິ​ກາ​ຈະ​ລົງ​ເລິກ​ສາຍ​ພົວພັນຄູ່​ຮ່ວມ​ທີ່ມີ​ມາຍາວ​ນານເຖິງ 51 ປີ​ຂຶ້ນ​ຕື່ມ​ອີກ, ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະກິດ, ຄວາມ​ໝັ້ນຄົງ ​ແລະ​ຂົງ​ເຂດ​ອື່ນໆ.

ທ່ານ​ທຣຳກ່າວ​ວ່າ: ສິງ​ກະ​ໂປ​ເປັນ​ພັນ​ທະ​ມິດ​ສຳຄັນ​ຂອງ​ປະ​ເທດ​ຕົນ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ. ທ່ານ​ໄດ້​ຊົມ​ເຊີຍ​ການ​ພັດທະນາ ​ແລະ​ຄວາມ​ກ້າວໜ້າ​ຂອງ​ເສດຖະກິດ-ສັງຄົມ​ສິງ​ກະ​ໂປ​ໃນ​ໄລຍະ 50 ກວ່າປີຜ່ານມາ ​ແລະ​​ຢືນຢັນ​ຕໍ່​ຄວາມ​ພະຍາຍາມ​ໃນ​ການ​ຕໍ່ຕ້ານ​ກຸ່ມIS. ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການປະຕິບັດ​ກົດໝາຍ, ຕ້ານ​ການ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນຄົງ​ທາງ​ອິນ​ເຕີ​ເນັດ ​ແລະ​ຂົງ​ເຂດ​ອື່ນ​ໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ