ທ່ານສີຈິ້ນຜິງ: ພັກກອມມູນິດຈີນຕ້ອງເປັນຜູ້ຮັບໃຊ້ປະຊາຊົນ,ຜູ້ນຳໜ້າຍຸກສະໄໝແລະກະດູກສັນຫຼັງຂອງຊາດຕະຫຼອດໄປ
2017-10-25 14:46:23 cri
ວັນທີ 25 ຕຸລານີ້, ທ່ານສີຈິ້ນຜິງໄດ້ຢືນຢັນຕໍ່ສື່ມວນຊົນຈີນແລະຕ່າງປະເທດວ່າ: ປີ 2021 ເປັນປີຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຈີນ. ພັກກອມມູນິດຈີນຕັ້ງອຸດົມການສ້າງພາລະກິດອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ອາຍຸຮ້ອຍປີເປັນໄວດີໄວເຂັ້ມແຂງ, ພັກກອມມູນິດຈີນຕ້ອງຮັກສາຄວາມມີຊີວິດຊີວາຕະຫຼອດໄປ, ຕ້ອງເປັນຜູ້ຮັບໃຊ້ປະຊາຊົນ,ຜູ້ນຳໜ້າຍຸກສະໄໝແລະເປັນກະດູກສັນຫຼັງຂອງຊາດຕະຫຼອດໄປ. ທ່ານເນັ້ນວ່າ: ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານເປັນວຽກງານຕ້ອງປະຕິບັດຢ່າງບໍ່ມີມື້ຢຸດ. ຕ້ອງສຸມທຸກຄວາມພະຍາຍາມສ້າງສະພາບແວດລ້ອມການເມືອງທີ່ປອດໃສຂາວສະອາດ, ທົ່ວພັກຕ້ອງໄດ້ເສີມຂະຫຍາຍພະລັງທາງບວກທີ່ເຂັ້ມແຂງເພື່ອສາມັກຄີແລະທ້ອນໂຮມກຳລັງທົ່ວສັງຄົມພັດທະນາປະເທດຈີນໃຫ້ຂະຫຍາຍຕົວແລະກ້າວໜ້າຢ່າງບໍ່ຢຸດຢັ້ງ.