ນັກ​ວິ​ຊາ​ການ​ຈີນ​ຢືນ​ຢັນ​ວ່າ ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ຄັ້ງ​ທີ 19 ການ​ຕ່າງ​ປະ​ເທດ​ຈີນ​ປາ​ກົດ​ມີ​ສະ​ພາບ​ການ​ໃໝ່​ໃນ​ຍຸກ​ໃໝ່
2017-11-16 11:00:51  cri 
ໃນ​ງານ​ສຳ​ມະ​ນາ​ໃນ​ຫົວ​ຂໍ້ "ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກັບ​ການ​ຕ່າງ​ປະ​ເທດ​ຈີນ"​ທີ່​ສະ​ມາ​ຄົມ​ນັກ​ຂ່າວ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພະ​ຈິກ​ນີ້, ທ່​ານຢວນ​ເຜິງ ຮອງ​ປະ​ທານ​ສະ​ຖາ​ບັນ​ສາ​ກົນ​ຍຸກ​ປັດ​ຈຸ​ບັນ​ຈີນ​ໄດ້​ແລກ​ປ່ຽນ​ຄຳ​ຄິດ​ເຫັນກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ທັງ​ໄດ້ຢືນ​ຢັນ​ວ່າ ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ການ​ຕ່າງ​ປະ​ເທດ​ຈີນ​ມີ​ຄວາມ​ໂດດ​ເດັ່ນຍິ່ງ​ຂຶ້ນ​ດ້ວຍ​ການ​ເກີດ​ມີ​ສະ​ພາບ​ການ​ໃໝ່​ໃນ​ຍຸກ​ໃໝ່.

ທ່ານຢວນ​ເຜິງ​ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ໄດ້​ສົ່ງ​ສັນ​ຍານ​​ແຫ່ງ​ໄຊ​ຊະ​ນະ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່ ທັງ​ໄດ້​ເລີ່ມບ​າດ​ກ້າວໃໝ່ໄປ​ສູ່​ປະ​ເທດ​ເຂັ້ມ​ແຂງ​ທີ່​ທັນ​ສະ​ໄໝ. ຈາກ​ສະ​ພາບ​ການ​ດັ່ງ​ກ່າວ, ຈີນ​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ໃໝ່​ທີ່​ຫັນ​ໜ້າ​ສູ່​ອະ​ນາ​ຄົດ. ດ້ວຍ​ເຫດ​ນີ້, ການ​ຕ່າງ​ປະ​ເທດ​ຈີນຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຈິ່ງ​ປາ​ກົດ​ມີ​ສະ​ພາບ​ການ​ໃໝ່​ໃນ​ຍຸກ​ໃໝ່​ແລະ​ມີ​ຄວາມ​ໂດດ​ເດັ່ນ​ຍິ່ງ​ຂຶ້ນ, ການ​ເມືອງ​ພາຍ​ໃນ​ແລະ​ການ​ຕ່າງ​ປະ​ເທດ​ໄດ້​ພົວ​ພັນ​ກັນ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ການ​ຕ່າງ​ປະ​ເທດ​ໃນ​ຍຸກ​ໃໝ່​ຄວນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ຈີນ. ຂະ​ນະ​ດຽວ​ກັນ​ກໍ​ຄວນ​ປະ​ກອບ​ສ່ວນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ມວນມ​ະ​ນຸດ​ໃຫ້ຫຼາຍກວ່າ​ເກົ່າ. ສ່ວນໃນ​ຕໍ່​ໜ້າ, ຈີນ​ຄວນ​ເສີມ​ຂະ​ຫຍາຍ​ພິ​ເສດ​ໃນ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ, ​ເຂດ​ແຄວ້ນ,ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ແລະ​ອື່ນໆ.

ທ່ານຢວນ​ເຜິງ​ເຫັນ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ໄດ້​ກຳ​ນົດ​ມາດ​ຕະ​ການ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າ​ງ​ໂດດ​ເດັ່ນ​ແລະ​ມີ​ຄວາມ​ໝາຍ​ຕໍ່​ທົ່ວ​ໂລກ​ບໍ່​ວ່າ​ຈະ​ເປັນ​ດ້ານ​ໃດ​ເປັນ​ຕົ້ນແນວ​ຄິດ,ທັ​ດ​ສະ​ນະ​ຄະ​ຕິ, ການ​ຈັດ​ວາງ​ຍຸດ​ທະ​ສາດ​ແລະ​ອື່ນໆ ເຊິ່ງ​ໃນ​ນີ້ ຂໍ​ກະ​ແຈ​ກໍ​ຄື​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັ​ນ​ຕິ,ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ແບບ​ໃໝ່​ແລະ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ