ກອງປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ການ​ຕ່າງປະ​ເທດ​ແລະການ​ປ້ອງ​ກັນ​ປະ​ເທດ​ຈີນ-ມຽນ​ມາ​ຄັ້ງ​ທີ 3 ​ຈັດ​ຂຶ້ນຢູ່​ເນ​ປີ​ດໍ
2018-01-18 16:32:58  cri 

ວັນ​ທີ 17 ມັງ​ກອນ​ນີ້, ກອງປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ການ​ຕ່າງປະ​ເທດ​ແລະການ​ປ້ອງ​ກັນ​ປະ​ເທດ​ຈີນ-ມຽນ​ມາ​ຫຼື 2+2 ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້​ນ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ. ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ​ຂົງ​ສວນ​ຢິ້ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ຊ້າວຢວນ​ມິນ ຮອງຫົວ​ໜ້າກອງ​ເສ​ນາ​ທິ​ການ​ປະ​ສົມ​ຂອງ​ຄະ​ນະ​ກຳ​ມະ​ການ​​ການທະ​ຫານ​ສູນ​ກາງ​ຈີນ, ທ່ານ​​ຈໍ​ຕິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮ່ວມ​ມື​ສາ​ກົນ​ມຽນ​ມາ​ແລະ​ທ່ານ​ທຸນ​ທຸນ​ນັງ ຫົວ​ໜ້າ​ກົມ​ທະ​ຫານ​ພິ​ເສດ​ທີ​ໜຶ່ງ​ຂອງກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ.

​ໃນ​ການ​ພົບ​ປະ​ຄັ້ງ​ນີ້ສອງ​ຝ່າຍ​ຮ່ວມ​ກັນ​ເຫັນ​ວ່າ, ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ມຽນ​ມາ​ໄດ້​ຮັກ​ສາ​ທາ​ອ່ຽງ​ພັດ​ທະ​ນາ​ທີ່​ດີ. ໂດຍ​ສະ​ເພາະ​ແມ່ນ​ຜູ້​ນຳ​ສອງ​ປະ​ເທດ​ຕິດ​ຕໍ່​ພົວ​ພັນກັນ​ຢ່າງ​ໃກ້​ຊິດ, ໄດ້​ກ້າວ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ສຳ​ຄັນ​​ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່, ໄດ້​ເພີ່ມ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ຄວາມ​ເປັນ​ເອກ​ະ​ພາບ​ລະ​ດັບ​ສູງ​ໃຫ້​ດີ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ມຽນ​ມາ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ນອກ​ນີ້, ສອງ​ຝ່າຍຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ພາກ​ເໜືອ​ມຽນ​ມາ, ແລະ​ເຫັນ​ວ່າ​ການທີ່ຄວບ​ຄຸມສະ​ຖາ​ນະ​ການ​ພາກ​ເໜືອ​ມຽນ​ມາ​ຢ່າງ​ເໝາະ​ສົມ, ​ແລະຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ລະ​ຫວ່າງ​ຊາຍ​ແດນ​ຈີນ-ມຽນ​ມາ​ນັ້ນ, ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຮັກ​ສາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ມຽນ​ມາຂະ​ຫ​ຍາ​ຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຂະ​ບວນ​ການ​ສັນ​ຕິ​ພາບ​ຂອງ​ມຽນ​ມາ​ດຳ​ເນີນ​ໄປ​ຢ່າ​ງ​ສະ​ດວກ. ສະ​ນັ້ນ​ສອງ​ຝ່າຍ​ຈະ​​ນຳ​ໃຊ້​ກົນ​ໄກ​ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ທີ່​ມີ​ໃນ​ປັດ​ຈຸ​ບັນ​ໃຫ້​ດີ, ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກ່ຽວ​ກັບ​ບັນ​ຫາ​ພາກ​ເໜືອ​ມຽນ​ມາ, ເພີ່ມ​ທະ​ວ​ການ​ຮ່ວມ​ມື​ດ້ານ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ບຸກ​ຄົນ​ຢູ່​ອົງ​ການ​ມຽນ​ມາ​ແລະ​ໂຄງ​ການ​ຮ່ວມ​ມື​ສຳ​ຄັນ, ຮ່ວ​ມ​ກັນ​ຮັກ​ສາ​​ຄວາມ​ສະ​ຫງົບ​ຕາມ​ຊາຍ​ແດນ​ສອງ​ປະ​ເທດ​ໃຫ້​ດີ​ກວ່າ​ເກົ່າ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ