( ສະພາການຄ້າໃຫຍ່ຂອງຈີນ ປະຈຳອາເມລິກາໄດ້ຈັດງານລ້ຽງອາຫານຄ່ຳຕ້ອນຮັບບຸນກຸດຈີນປີຈໍ 2018 ຢູ່ທີ່ນະຄອນນິວຢອກ ທ່ານຊຸ່ຍທຽນຄາຍ ເອກອັກຄະລັດຖະທູດຈີນປະຈຳອາເມລິກາປະກອບຄຳເຫັນ)
ຕາມຂ່າວ CRI: ຕອນຄ່ຳວັນທີ 17 ມັງກອນນີ້, ສະພາການຄ້າໃຫຍ່ຂອງຈີນ ປະຈຳອາເມລິກາໄດ້ຈັດງານລ້ຽງອາຫານຄ່ຳຕ້ອນຮັບບຸນກຸດຈີນປີຈໍ 2018 ຢູ່ທີ່ນະຄອນນິວຢອກ, ບຸກຄົນທີ່ມີຊື່ສຽງຈາກວົງການການເມືອງແລະການຄ້າຈີນອາເມລິກາ 450 ກວ່າທ່ານໄດ້ເຂົ້າຮ່ວມ.
ໂອກາດນີ້, ທ່ານຊຸ່ຍທຽນຄາຍ ເອກອັກຄະລັດຖະທູດຈີນປະຈຳອາເມລິກາກ່າວວ່າ, ໃນສະເພາະໜ້ານີ້ ຈີນ-ອາເມລິກາລ້ວນແຕ່ຜະເຊີນກັບໂອກາດແລະສິ່ງທ້າທາຍອັນໃໝ່. ສອງປະເທດຈີນ-ອາເມລິກາຄວນຍຶດໝັ້ນທິດທາງທີ່ຖືກຕ້ອງຕະຫຼອດໄປ ບົນພື້ນຖານການພັດທະນາໃນເກືອບ 40 ປີມານີ້ ເພື່ອສ້າງການພົວພັນສອງຝ່າຍທີ່ໝັ້ນແກ່ນກວ່າເກົ່າ ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດກໍ່ຄືທົ່ວໂລກ.
ທ່ານຊຸ່ຍທຽນຄາຍກ່າວຕື່ມວ່າ, ໃນເວລາສະພາການຄ້າໃຫຍ່ຂອງຈີນປະຈຳອາເມລິກາຈັດງານລ້ຽງອາຫານຄ່ຳຕ້ອນຮັບປີໃໝ່ 2017 ຢູ່ນະຄອນນິວຢອກ, ການພົວພັນຈີນ-ອາເມລິກາຍັງຜະເຊີນກັບປັດໄຈບໍ່ແນ່ນອນຢ່າງຫຼວງຫຼາຍ. ຫວນຄືນໜຶ່ງປີທີ່ຜ່ານມາ, ການພົວພັນຈີນ-ອາເມລິກາໄດ້ຮັກສາຄວາມໝັ້ນທ່ຽງ ແລະໄດ້ຮັບຄວາມຄືບໜ້າທີ່ສຳຄັນພາຍໃຕ້ຄວາມພະຍາຍາມຂອງສອງຝ່າຍ ເຊິ່ງນີ້ສະແດງໃຫ້ເຫັນວ່າ ຜົນປະໂຫຍດຮ່ວມຂອງສອງປະເທດຈີນ-ອາເມລິກາໄດ້ເພີ່ມຫຼາຍຂຶ້ນຕື່ມອີກ, ແລະໄດ້ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດສືບຕໍ່ກ້າວໄປໜ້າຕາມວົງໂຄຈອນທີ່ຖືກຕ້ອງ ແລະກໍ່ຢືນຢັນແລ້ວວ່າ ຈີນ-ອາເມລິກາມີຄວາມສາມາດໃນການທຳການເລືອກເຟັ້ນທີ່ຖືກຕ້ອງໃນກາລະໂອກາດທີ່ສຳຄັນ.
ປີ 2018 ຈີນ-ອາເມລິກາຈະຜະເຊີນກັບໂອກາດແລະສິ່ງທ້າທາຍອັນໃໝ່. ເຮັດແນວໃດຈະຮັບມືກັບການປ່ຽນແປງຂອງໂລກຊູ່ມື້ນີ້? ຈະເບິ່ງອະນາຄົດຂອງສອງປະເທດຈີນ-ອາເມລິກາ ກໍ່ຄືການພົວພັນຈີນ-ອາມເລິກາແນວໃດ? ສອງຝ່າຍສ້າງຕັ້ງເປົ້າໝາຍແນວໃດ? ແລະຄວນວາງແຜນແນວໃດ? ເຊິ່ງບັນຫາເຫຼົ່ານີ້ຈີນ-ອາເມລິກາຕ້ອງທຳການເລືອກເຟັ້ນຢ່າງຖືກຕ້ອງອີກເທື່ອໜຶ່ງ, ນີ້ບໍ່ພຽງແຕ່ກ່ຽວພັນເຖິງຄວາມໝັ້ນຄົງຂອງການພົວພັນຈີນ-ອາເມລິກາເທົ່ານັ້ນ, ຍັງຈະເກີດມີຜົນສະທ້ອນອັນສຳຄັນຕໍ່ການພັດທະນາໃນອະນາຄົດຂອງການພົວພັນສອງຝ່າຍ ແລະອະນາຄົດຂອງທົ່ວໂລກອີກດ້ວຍ.