ຈີນ​ຊົມ​ເຊີຍ​ແລະ​ສະ​ໜັບ​ສ​ະ​ໜູນ​ໃຫ້ເພີ່​ມ​ທະ​ວີ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ ສ​ປ​ປ ເກົາ​ຫຼີ-ສ.ເກົາ​ຫຼີ​ ຕື່ມ​ອີກ
2018-01-19 11:22:40  cri 
ຕາມ​ຂ່າວCRI: ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທັງ​ສອງ​ຝ່າຍ​ເໜືອ​ໃຕ້​ຂອງ​ແຫຼມ​ເກົາ​ຫຼີ​ໄດ້​ບັນ​ລຸ​ການ​ຮ່ວມ​ມື​ກ່ຽວ​ກັບ​ຫົວ​ຂໍ້​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ແລະ​ທ່າ​ທີ​ຂອງ​ສອງ​ຝ່າຍ​ທີ່​ຍິນ​ດີ​ເພີ່​ມ​ທະ​ວີການ​ເຈ​ລະ​ຈາ​ຕື່ມ​ອີກ​ໂດຍ​ບໍ່​ຈຳ​ກັດ​ແຕ່​ຫົວ​ຂໍ້​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເທົ່າ​ນັ້ນ ເຊິ່ງ​ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ຜ່ອນ​ຄາຍ​ລົງ, ບັນ​ດາ​ຝ່າຍ​ຄວນ​ຖະ​ນຸ​ຖະ​ໜອມ​ສ​ະ​ຖາ​ນະ​ກາ​ນ​ນີ້, ກຳ​ໂອ​ກາດ​ແລະ​​ເຊີນຊວນ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ຢ່າງ​ຕັ້ງ​ໜ້າ, ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຕື່ມ​ອີກ.

ຂ່າວ​ແຈ້ງວ່າ: ໃນ​ວັນ​ທີ 17 ມັງ​ກອນ​ນີ້, ຜູ້​ຕາງ​ໜ້າ​ຂອງ ສ​ປ​ປ ເກົາ​ຫຼີ ແລະ ສ.ເກົາ​ຫຼີ ໄດ້​ຈັດ​ການ​ເຈ​ລະ​ຈາ​ຢູ່​ປານ​ມູນ​ຈອມ ໂດຍ​ເຫັນ​ດີ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງແລະ​ຮ່ວມ​ກັນ​ຈັດ​ເປັນ​ໜ່ວຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລະ​ມາດ​ຕະ​ການ​ອື່ນໆ​ໂດຍຈະ​ຊັກ​ "ທຸງ​ແຫຼມ​ເກົາ​ຫຼີ"​ຂຶ້ນ.ນອກ​ນີ້, ທ່ານ​ນາງ ຄຽງ​ວາ​ຄາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫຼີ ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ: ການ​ເຈ​ລະ​ຈາລະ​ຫວ່າງ ສ​ປ​ປ ເກົາ​ຫຼີ - ສ.ເກົາ​ຫຼີ ໃນ​ປັດ​ຈຸ​ບັນ​ສາ​ມາດ​ບັນ​ລຸ​ທີ່​ຈະເຈ​ລະ​ຈາ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ໂດຍ​ສັນ​ຕິ. ສ.ເກົາ​ຫຼີ ຍິນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຕື່ມ​ອີກ​. ຕໍ່​ເລື່ອງ​ນີ້, ທ່ານ ລູ້​ຄ່າງ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ.

ທ່ານ ລູ້​ຄ່າງ ກ່າວ​ເນັ້ນ​ວ່າ: ສິ່ງ​ທີ່​ສຳ​ຄັນ​ໃນ​ປັດ​ຈຸ​ບັນ​ແມ່ນ​ທ່າ​ທີ​ທີ່​ຕັ້ງ​ໜ້າ​ລະ​ຫວ່າງ​ເໜືອ-ໃຕ້​ສາ​ມາດ​ດຳ​ເນີນ​ໄປ​ດ້ວຍ​ດີ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ເຈ​ລະ​ຈາ, ສ້າງ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ ແລະ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ເພື່ອ​ສະ​ແຫວງ​ຫາ​ຊ່ອງ​ທາງ​ແກ້​ໄຂ, ເພື່ອ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ສາ​ມາດ​ຮັບ​ເອົາ​ໄດ້,ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ, ສ້າງ​ສະ​ຖາ​ນະ​ການ​ໃຫ້​ມີ​ສັນ​ຕິ​ພາບ​ແບບ​ຍາວ​ນານ​ຂອງ​ແຫຼມ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ