ປີ​ກາຍ​ນີ້ ການມອບ​ລິ​ຂະ​ສິດດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ພາຍ​ໃນ​ຈີນ​​ມີ​ເຖິງ 320.000 ຊະ​ນິດ
2018-01-19 11:24:19  cri 
ໜັ​ງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນໃຫ້​ຮູ້​ວ່າ: ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ໃນ​ປີ 2017, ການ​ຮ້ອງ​ຂໍ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ໄດ້​​ມີ​ຈຳ​ນວນ​ເຖິງ 1.382.000 ຊະ​ນິດ, ເພີ່ມ​ຂຶ້ນ 14,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໄດ້​ມອບລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ 420.000 ຊະ​ນິດ,ໃນ​ນັ້ນ, ​ພາຍ​ໃນ​ປະ​ເທດ​ກວມ 327.000 ​ຊະ​ນິດ, ເພີ່ມ​ຂຶ້ນ 8,2% ເມື່ອ​ທຽບ​ໃສ່​ໄລ​ຍະດຽວ​ກັນ​ຂອງ​ປີ​ກາຍ.

ຂ່າວ​ແຈ້ງວ່າ: ໃນ​ຈຳ​ນວນ​ຮ້ອງ​ຂໍ​ແລະ​ຖື​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງພາຍ​ໃນ​ປະ​ເທດ​ໃນ​ປີ 2017 ນັ້ນ ວິ​ສາ​ຫະ​ກິດກວມ​ມາດ​ຕາ​ສ່ວນ 63,3% ແລະ 66,4%, ໄດ້​ເພີ່ມ​ຂຶ້ນ 1,6% ແລະ 0,9% ເມື່ອ​ທຽບ​ໃສ່​ປີ 2016; ອັດ​ຕາ​ການ​ຮ້ອງ​ຂໍ​ລິ​ຂະ​ສິດ​​ດ້ານ​ການ​ປະ​ດິດ​ສ້າງຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​​ໄດ້​ມີ​ເຖິງ 73,5%. ອັດ​ຕາ​ການ​ຮັກ​ສາ​ລິ​ຂະ​ສິ​ດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້​​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຫຼາຍກວ່າ 5 ປີ​ນັ້ນ​ໄດ້​ມີ​ເຖິງ 70,9%, ເພີ່ມ​ຂຶ້ນ 3,4% ເມື່ອ​ທຽບ​ໃສ່​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ