​ໃນປີ 2017 ​ອັດຕາ​ການເກີດ​ຂອງ​ຈີນ​ຫຼຸດ​ລົງ
2018-01-19 11:28:09  cri 
ຕາມ​ຂ່າວCRI: ວັນ​ທີ 18 ມັງກອນ​ນີ້, ອົງການ​ສະຖິຕິ​ແຫ່ງ​ຊາ​ດຈີນ​​ໄດ້ເຜີຍ​ແຜ່​ຂໍ້​ມູນ​​ໃນ​ປີ 2017 ທີ່​ເປັນ​ປີ​ທີ​ສອງ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ "ມີ​​ລູກສອງ​ຄົນ" ​ເຊິ່ງມີ​​ເດັກນ້ອຍ​ເກີດ​ໃໝ່ 17,23 ລ້ານ​ຄົນ, ຫຼຸດ​ລົງ 6 ​ແສນ 3 ໝື່ນ​ຄົນ​ທຽບ​ໃສ່​​ໄລຍະ​ດຽວກັນຂອງ​ປີຜ່ານມາ, ອັດຕາການ​ເກີດ​ບັນລຸ​ເຖິງ​ປະມານ 1.2%, ຫຼຸດ​ລົງ 0,052% ທຽບ​ໃສ່​ໄລຍະ​ດຽວ​ກັນ.

ຮອດທ້າຍ​ປີ 2017, ພົນ​ລະ​ເມືອງ​ທັງ​ໝົດ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ບັນລຸ​ເຖິງ 1, 39008 ຕື້​ຄົນ, ​ເພີ່ມ​ຂຶ້ນ 7,37 ລ້ານ​ຄົນ​ທຽບ​ໃສ່​ໄລຍະ​ດຽວ​ກັນປີ 2016 ​ແລະອັດຕາ​ກາ​ນ​ເພີ່ມຂຶ້ນ​ຂອງ​ພົນລະ​ເມືອງ​ມີປະມານ 0,5%.

ພົນ​ລະ​ເມືອງ​ທີ່​ມີ​ອາຍຸ 16 ຫາ 59 ປີກ​ວມ​ເອົາຈຳນວນ​ພົນ​ລະ​ເມືອງ​ທັງ​ໝົດ 65%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ