ບົດ​ລາຍ​ງານ​ກ່ຽວ​ກັບ​ຍຸ​ດທະ​​ສາດ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ເນັ້ນ​ການ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່
2018-01-21 13:10:01  cri 
ຕາມ​ຂ່າວ CRI: ວັນ​ທີ 19 ມັງ​ກອນນີ້ ທ່ານ​ແຈມ​ສ໊ ມາ​ດິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ບົດ​ລາຍ​ງານ ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ ໂດຍ​ຖື​ເອົາ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທ​ດ​ໃຫຍ່​ເປັນ​ບັນ​ຫາ​ທີ່​ໃຫ້​ຄວາມ​ສຳ​ຄັນ​ທີ່​ສຸດ, ແລະ​ການ​ຕ້ານ​ການ​ກໍ່​ສ້າງ​ຮ້າຍ​ຈະ​ບໍ່​ແມ່ນ​ຈຸດ​ສຸມ​ອີກ​ແລ້ວ.

ເຊິ່ງ​ບົດ​ລາຍ​ງານ​ໄດ້​ຂຽນ​ໄວ້​ວ່າ: ການ​ແຂ່ງ​ຂັນ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ  ແຕ່​ບໍ່​ແມ່ນ​ລັດ​ທິ​ກໍ່​ການ​ຮ້າຍ ກາຍ​ເປັນ​ບັນ​ຫາ​ທີ່​ໃຫ້​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ​ໃນ​ດ້ານ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຂຽນ​ວ່າ, ຈຸດ​ປະ​ສົງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ ອາອມ​ເລິ​ກາ​ແມ່ນ​ແຂ່ງ​ຂັນ,ສະ​ແດງ​ກຳ​ລັງ​ແລະ​ເອົາ​ຊະ​ນະ​ໃນ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ທີ່​ນັບ​ມື້​ນັບ​ສັບ​ຊ້ອນ. ໃນ​ສະ​ເພາະ​ໜ້ານີ້ ການ​ແຂ່ງ​ຂັນ​ດ້ານ​ຍຸດ​ທະ​ສາດ​ເປັນ​ເວ​ລາ​ຍາວ​ນານ​ໄດ້​ປາ​ກົດ​ຕົວ​ອອກ​ມາ​ອີກ​ ເປັນສິ່ງ​ທ້າ​ທາຍ​ໃຈ​ກາງ​ທີ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ເມ​ລິ​ກາ​​ຕ້ອງປະ​ເຊີນ​ໜ້າ. ບົດ​ລາຍ​ງານ​ດັ່​ງ​ກ່າວ​ຂຽນ​ວ່າ ການ​ແຂ່ງ​ຂັນ​ດ້ານ​ຍຸດ​ທະ​ສາດ​ເປັນ​ເວ​ລາ​ຍາວ​ນານ​ຕົ້ນ​ຕໍ​ແມ່ນ​ມາ​ຈ​ກາ​ຈີນ​ແລະ​ຣັດ​ເຊຍ.

ວັນ​ທີ 19 ມັງ​ກອນນີ້ ໂຄ​ສົກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ປະ​ກາດ​ບົດ​ດ​ລາຍ​ງານ​ດັ່ງ​ກ່າວ ໂດຍ​ກ່າວ​ວ່າ, ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແມ່ນ​ກະ​ແສ​ຫຼັກ​ຂອງ​ໂລກຊູ່ມື້ນີ້ ແລະ​ກໍ່​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ​ມ່ວນ​ມະ​ນຸດ.ມີ​ແຕ່​ຄົນ​ທີ່​ຄິດ​ເຫັນ​ແຕ່​ສົງ​ຄາມ​ເຢັນ​ແລະ​​ຢາກ​ແຂ່ງ​ຂັນ​ເອົາ​ຜົ​ນ​ປະ​ໂຫຍດ​ໂດຍ​ເອົາ​ການ​ເສຍ​ປຽບ​ຂອງ​ຄົນ​ອື່ນ​ເປັນ​ການ​ທົດ​ແທນ​ນັ້ນ ຈິ່ງ​ເຫັນ​ວ່າ​ໂລກນີ້​ເຕັມ​ໄປ​ດ້ວຍ​ການ​ແຂ່ງ​ຂັນ ແລະ​ເປັນ​ປໍ​ລະ​ປັກ​ກັນ​ຕະ​ຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ