ອົງ​ການ​ຟ້າວ​ຢຸດ​ຕິ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ແກ່​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ອູຍ​ແກຼນ​ທີ່​ເກີດ​ການ​ປະ​ທະ​ກັນ
2018-01-21 13:11:46  cri 
ຕາມ​ຂ່າວ CRI: ວັນ​ທີ 20 ມັງ​ກອນນີ້ ໂທ​ລະ​ພາບ​ອູຍ​ແກຼນ​ລາຍ​ງານ​ວ່າ, ຍ້ອນ​ຂາດເຂີນ​ທຶນ​ຮອນ, ອົງ​ການ​ຟ້າວ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ຕົກ​ລົງ​ຢຸດ​ຕິວຽກຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ເຂດ​ຕັນ​ບັ​ສ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ອູຍ​ແກຼນ​ທີ່​ເກີດ​ການ​ປະ​ທະ​ກັນ.

ຂ່າວ​ຈາກ​ສື່ມວນ​ຊົນ​ທ້ອງ​ຖີ່ນ​ລາຍ​ງານ​ວ່າ, ວຽກ​ງານ​ຫ້າງ​ຫາ​ທຶນ​ທີ່​ກ່ຽວ​ຂ້ອງ​ຄືບ​ໜ້າ​ໄປ​ຢ່າງ​ຊັກ​ຊ້າ, ​ທຶນ​ທີ່ຜູ້​ບໍ​ລິ​ຈາກ​ຮັບ​ປາກ​ຈະ​ບໍ​ລິ​ຈາກ​ນັ້ນ​ບໍ່​ສາ​ມາດ​ເຂົ້າ​ບັນ​ຊີ​ຢ່າງ​ທັນ​ການ​ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ອົງ​ການ​ຟ້າວ​ຂາດ​ເຂີນ​ທຶນ​ຮອນ. ສະ​ນັ້ນ ອົງ​ການ​ດັ່ງ​ກ່າວ​ໄວ​ສຸດຈະ​ຟື້ນ​ຟູ​ວຽກ​ງານ​ຊ່ວຍ​ເຫຼືອ​ຢູ່​ເຂດ​ດັ່ງ​ກ່າວ​ໃນ​ກາງ​ປີ 2018.

ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ເລີ່ມ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ຫານ​ແກ່​ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ທີ່​ເກີດ​ມີ​ການ​ປະ​ທະ​ກັນ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ອູຍ​ແກຼນ​ແຕ່​ເດືອນ​ພະ​ຈິກ 2014 ເປັນ​ຕົ້ນ​ມາ. ຂໍ້​ມູນ​ຈາກ​ອົງ​ການ​ຟ້າວ​ສະ​ແດງ​ໃຫ້​ເຫັນ​ວ່າ ນັບ​ມາ​ຮອດ​ເດືອນ​ມິ​ຖຸ​ນາ 2017 ໄດ້​ມີ​ປະ​ຊາ​ຊົນ 9 ແສນ 7 ໝື່ນກວ່າ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ເຊິ່ງ​ເປັນ​ກຸ່ມ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢ່າງ​ທຸກ​ຍາກ​ທີ່​ສຸດ​ຢູ່​ເຂດ​ປະ​ທະ​ກັນ, ລວມ​ທັງ​ຜູ້​ເຖົ້າ​ປ່ຽວ​ພອຍ, ແມ່​ຍິງ​ທີ່​ລ້ຽງ​ລູກ​ໂດຍ​ຕົນ​ເອງ ແລະ​ຜູ້​ທີ່​ເສຍ​ຄວາມ​ສາ​ມາດ​ໃນ​ການ​ອອກ​ແຮງ​ງານ​ຍ້ອນ​ເປັນ​ພະ​ຍາດ.

ບົດ​ລາຍ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ໃຫ້​ເ​ຫັນວ່າ ປັດ​ຈຸ​ບັນ ຢູ່​ເຂດ​ປະ​ທະ​ກັນ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ອູຍ​ແກຼນ​ມີ​ປະ​ຊາ​ຊົນ​ເກືອບ 3 ລ້ານ​ຄົນ, ອຸ​ປະ​ກອນ​ດຳ​ລົງ​ຊີ​ວິດ​ພື້ນ​ຖານ​ຂອງ​ຄົນ​ສ່ວນ​ຫຼາຍ​ຍາກ​ທີ່​ຈະ​ໄດ້​ຮັບ​ການ​ຮັບ​ປະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ