ເປີດນຳໃຊ້ສາຍສົ່ງແລະສະຖານີໄຟຟ້າແຮງສູງ 115/22 ກິໂລໂວນ ແລະ ພິທີວາງສີລາລຶກ ໂຄງການກໍ່ສ້າງສາຍສົ່ງ-ສະຖານີ 115/22 ກິໂລໂວນຢູ່ແຂວງບໍ່ແກ້ວ
2018-01-21 14:10:02  cri 

 

ພິທີເປີດນຳໃຊ້ສາຍສົ່ງແລະສະຖານີໄຟຟ້າແຮງສູງ 115/22 ກິໂລໂວນ ຫ້ວຍຊາຍ-ທ່າຟ້າ ໄດ້ຈັດຂຶ້ນໃນຕອນເຊົ້າ
ວັນທີ 20 ມັງກອນນີ້, ທີ່ບ້ານໃໝ່ວຽງພູຄາ ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ເພື່ອສະໜອງໄຟຟ້າໃຫ້ແກ່ໂຮງງານອຸດສາ
ຫະກໍາພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງ
ພະລັງງານແລະບໍ່ແຮ່, ມີທ່ານບຸນອຸ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ເຟິ້ງເຄີ່
(Feng ke) ຜູ້ອໍານວຍການບໍລິສັດຫຸ້ນສ່ວນຮ່ວມມືການຄ້າຕ່າງປະເທດແຂວງຍຸນນານ ສປ ຈີນ(UREC), ທ່ານ
ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ, ແຂກທີ່ເຊີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ກ່າວວ່າ: ເປົ້າໝາຍການສ້າງສະຖານີແຫ່ງນີ້ກໍ່
ເພື່ອຈະອໍານວຍຄວາມສະດວກໃນການສະໜອງພະລັງງານໄຟຟ້າໃຫ້ແກ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ເມືອງ
ຕົ້ນເຜີ້ງ, ພ້ອມນັ້ນ, ເພື່ອສະໜອງໄຟຟ້າແກ່ປະຊາຊົນບັນດາເຜົ່າໃນເຂດພາກເໜືອ. ໄລຍະຍາວຂອງສາຍສົ່ງນີ້ມີທັງ
ໝົດ 58 ກິໂລແມັດ, ຈະເນັ່ງຜ່ານເຂດຊຸມຊົນເຊິ່ງເປັນເຂດທີ່ພວມພັດທະນາໃນທຸກດ້ານຂອງແຂວງບໍ່ແກ້ວ ທີ່ຈະສາ
ມາດຕອບສະໜອງພະລັງງານໄຟຟ້າໃຫ້ແກ່ການພັດທະນາເສດຖະກິດສັງຄົມຢູ່ໃນບໍລິເວນດັ່ງກ່າວທັງໃນສະເພາະ
ໜ້າແລະໄລຍະຍາວ ແລະ ເພື່ອດຶງດູດນັກລົງທຶນທັງພາຍໃນແລະຕ່າງປະເທດສຸມເຂົ້າສູ່ການພັດທະນາແຂວງບໍ່
ແກ້ວໃຫ້ຫຼາຍຂຶ້ນ.

ທ່ານ ບຸນອຸ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວກ່າວວ່າ: ສໍາລັບໂຄງການດັ່ງກ່າວແມ່ນ
ລັດວິສາຫະກິດໄຟຟ້າລາວເປັນເຈົ້າຂອງ ແລະ ບໍລິສັດຫຸ້ນສ່ວນຮ່ວມມືການຄ້າຕ່າງປະເທດແຂວງຍຸນນານ ສປ
ຈີນ(UREC) ເປັນຜູ້ຮັບເໝົາກໍ່ສ້າງເປັນເວລາ 14 ເດືອນແມ່ນສ້າງສໍາເລັດ, ໂຄງການສາຍສົ່ງ 115 ກິໂລໂວນ
ແມ່ນໂຄງການໜຶ່ງ ເພື່ອຮອງຮັບຈາກບັນດາເຂື່ອນຕ່າງໆ ເປັນຕົ້ນເຂື່ອນນ້ຳທາ 1 ແລະ ເຂື່ອນໄຟຟ້າອື່ນໆທີ່ຢູ່ໄກ້
ຄຽງ ແລະ ບັນດາສາຍສົ່ງທີ່ມາເຊື່ອມຕໍ່ຕາມແຜນພັດທະນາໄຟຟ້າລາວໃນປີ 2020.

ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວກ່າວວ່າ: ການເປີດນຳໃຊ້ໂຄງການສາຍສົ່ງ ແລະ ສາຖານີໄຟຟ້າ
ແຮງສູງໃນຄັ້ງນີ້, ແມ່ນເປັນການປະກອບສ່ວນສ້າງສາພັດທະນາ ແລະ ເພື່ອຕອບສະໜອງການລໍຄອຍຂອງປະ
ຊາຊົນແຂວງບໍ່ແກ້ວໃນຫຼາຍທົດສະຫວັດແລະຈະນໍາໃຊ້ໄຟຟ້າໃຫ້ມີປະສິດທິຜົນທີ່ສຸດ ໃນການສ້າງສາພັດທະ
ນາແຂວງບໍ່ແກ້ວ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.

ທ່ານ ເຟິ່ງເຄີ່ ຜູ້ອໍານວຍການບໍລິສັດຫຸ້ນສ່ວນຮ່ວມມືການຄ້າຕ່າງປະເທດແຂວງຍຸນນານ ສປ ຈີນກ່າວວ່າ, ບໍລິ
ສັດ(UREC)ເປັນຮັບເໝົາຄົບວົງຈອນ ໄດ້ມີຜົນງານຢູ່ໃນສາກົນເກືອບ 40 ປີ. ຮອດປີ 2017 ບໍລິສັດໄດ້ສໍາ
ເລັດການກໍ່ສ້າງໂຄງການເຂື່ອນໄຟຟ້າພະລັງງານນໍ້າແລະອາຍກ໊າດທໍາມະຊາດ 36 ແຫ່ງ, ກໍ່ສ້າງສາຍສົ່ງ 40
ກວ່າໂຄງ ສ່ວນຫຼາຍຢູ່ອາຊີ, ອາເມລິກາເໜືອ ແລະ ອາເມລິກາໄຕ້. ສໍາລັບຢູ່ ສປປ ລາວ ໄດ້ສໍາເລັດການກໍ່
ສ້າງໂຄງການປັບປຸງ 8 ສະຖານີແລະສາຍສົ່ງທີ່ກ່ຽວຂ້ອງ ໄດ້ຊ່ວຍແກ້ໄຂບັນຫາການສະໜອງພະລັງງານໄຟ
ຟ້າໃນເຂດທ້ອງຖິ່ນໃຫ້ມີປະສິດທິພາບສູງຂຶ້ນ.

ໃນຕອນບ່າຍມື້ດຽວກັນກໍໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສາຍສົ່ງ 115/22 ກິໂລໂວນຫ້ວຍຊາຍ-ຕົ້ນເຜີ້ງ
ໂດຍແມ່ນລັດວິສາຫະກິດໄຟຟ້າລາວເປັນເຈົ້າຂອງໂຄງການ ແລະ ບໍລິສັດ Pinggao ຂອງປະເທດຈີນເປັນຜູ້
ຮັບເໝົາກໍ່ສ້າງ ໂຄງການດັ່ງກ່າວນອນຢູ່ໃນແຂວງເຊກອງ ແລະ ແຂວງບໍ່ແກ້ວ, ລວມທັງສາຍສົ່ງແຮງສູງແລະ
ການຕັ້ງສະຖານີໄຟຟ້າ 115 ກິໂລໂວນ ແລະ 230 ກິໂລໂວນ ເຊິ່ງຈະສະໜອງໄຟຟ້າຊົມໃຊ້ຢູ່ພາຍໃຫ້ນັບມື້
ເພີ່ມຂຶ້ນ ເຊິ່ງຄາດວ່າຈະສ້າງສໍາເລັດໃນທ້າຍປີ 2018 ນີ້.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ