ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫລື​ສະ​ພາ​ອາ​ຊີ​ປາ​ຊີ​ຟິກ
2018-01-21 17:06:31  cri 
ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ສະ​ພາ​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ທີ 26 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນຍ​ປະ​ເທດ​ຫວຽດ​ນາມ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 20 ມັງ​ກອນ​ນີ້ ໂດຍທ່ານ ເສີນ​ຈູ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ.

ທ່ານ ເສີນ​ຈູ ​ໄດ້ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ເປີດ​ຂະ​ບວນໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ປາ​ຊີ​ຟິກ, ຍຶດ​ໝັ້ນ​​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ອາ​ຊີ​ປາ​ຊີ​ຟິກ​ທີ່​ມີຊາ​ຕາ​ກຳ​ດຽວ,ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ມື​ກ້າວ​ໄປ​ໜ້າ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ມີ​ຄວາມໂອບ​ອ້ອມ​ອາ​ລີ,ການ​ຮ່ວມ​ມື​ກັນແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດນຳ​ກັນ,​ສ້າງ​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ