ວັນທີ 20 ມັງກອນນີ້, ທ່ານ ລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບກຳປັ່ນຂັບໄລ່ລູກສອນໄຟນຳວິຖີຂອງອາເມລິກາລຳໜຶ່ງເດີນເຂົ້າສູ່ເຂດທະເລບ່ອນທີ່ມີ 12 ໄມທະເລຈາກເກາະຫວາງຢຽນ, ກອງທັບເຮືອຈີນໄດ້ຈຳແນກແລະກວດກາຢັ້ງຢືນຕໍ່ກຳປັ່ນດັ່ງກ່າວຕາມກົດໝາຍ ແລ້ວໄດ້ເຕືອນແລະຂັບໄລ່ກຳປັ່ນດັ່ງກ່າວໜີຈາກເຂດທະເລດັ່ງກ່າວ.
ທ່ານ ລູ້ຄ່າງ ກ່າວວ່າ: ການກະທຳທີ່ກ່ຽວຂ້ອງຂອງກຳປັ່ນຮົບຂອງກອງທັບອາເມລິກາໄດ້ທຳລາຍອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນ ເຊິ່ງເປັນການຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມປອດໄພຂອງກຳປັ່ນແລະຜູ້ຄົນຂອງຈີນທີ່ເຄື່ອນໄຫວທາງລັດຖະການຢ່າງເປັນປົກກະຕິຢູ່ເຂດທະເລທີ່ກ່ຽວຂ້ອງ ກໍ່ໄດ້ລະເມີດຫຼັກການພື້ນຖານຂອງການພົວພັນສາກົນ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ເລື່ອງນີ້,ຈະໃຊ້ມາດຕະການທີ່ຈຳເປັນເພື່ອປົກປັກຮັກສາອະທິດປະໄຕຂອງຈີນຢ່າງເດັດຂາດ. ແຕ່ໃດມາ, ຈີນໄດ້ເຄົາລົບແລະປົກປັກຮັກສາສິດການເດີນເຮືອແລະເດີນອາກາດຢູ່ທະເລຈີນໃຕ້ຂອງບັນດາປະເທດຕາມກົດໝາຍສາກົນ, ແຕ່ເດັດດ່ຽວຄັດຄາດປະເທດໃດໆທຳລາຍອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນໃນຂໍ້ຫາທີ່ການເດີນເຮືອແລະເດີນອາກາດຢ່າງມີເສລີພາບ. "ພວກຂ້າພະເຈົ້າໄດ້ຮຽກຮ້ອງຢ່າງຮຸນແຮງໃຫ້ອາເມລິກາແກ້ຄວາມຜິດພາດໃນທັນທີ,ຢຸດຕິການກະທຳທ້າທາຍເກາະຜິດແບບນີ້ ເພື່ອຫຼີກເວັ້ນບໍ່ໃຫ້ທຳລາຍສາຍພົວພັນລະຫວ່າງຈີນ-ອາເມລິກາແລະສັນຕິພາບແລະສະຖຽນລະພາບຂອງພາກພື້ນແຫ່ງນີ້."