ນັກ​ກິ​ລາ ສ.ເກົາ​ຫຼີ ກັບ ສ.ປ.ປ​ ເກົາ​ຫຼີຈະ​ເດີນ​ເຂົ້າ​ສູ່​ສະ​ໜາມ​ກິ​ລາ​ຮ່ວມ​ກັນ​ໃນພິ​ທີ​ເປີດ​ຂອງງານ​ກິ​ລາ​ໂອ​ລິມ​ປິກລະ​ດູ​ໜາວ​ພຽງ​ຊາງ
2018-01-21 14:15:37  cri 
ຕາມ​ຂ່າວCRI:ວັນ​ທີ 20 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ຈັດ​ກອ​ງ​ປະ​ຊຸມ 4 ຝ່າຍ​ຢູ່​ສຳ​ນັກ​ງານ​ໃຫຍ່​ທີ່​ນະ​ຄອນໂລ​ຊານ​ຂອງ​ສະ​ວິ​ສ, ເພື່ອປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ ​ສ.ເກົາ​ຫຼີ ກັບ ສ.ປ.ປ​ ເກົາ​ຫຼີ ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວພຽງ​ຊາງ​ຮ່ວມ​ກັນ. ກອງ​ປະ​ຊຸມ​ໄດ້​ຕົກ​ລົງໃນ​ສຸດ​ທ້າຍ​ວ່າ, ສ.ປ.ປ​ ເກົາ​ຫຼີ​ຈະ​ສົ່ງ​ນັກ​ກິ​ລາ 22 ຄົນ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກຸ​ມ​ພາ​ໜ້າ​ນີ້. ຄະ​ນະ​ຜູ້​ແທນ​ຂອງທັງ​ສອງ​ປະ​ເທດຈະ​ເດີນ​ເຂົ້າ​ສູ່​ສະ​ໜາມ​ກິ​ລາ​ຮ່ວມ​ກັນ​ໂດຍ​ຖື​ທຸງ​ແຫຼມ​ເກົາ​ຫຼີ​ໃນ​ພິ​ທີ​ເປີດ, ແລະ​ຈະ​ຈັດ​ເປັນທິມ​ຮໍ​ກີເພດ​ຍິງ​ປະ​ສົມລະ​ຫວ່າງ ສ.ເກົາ​ຫຼີ ກັບ ສ.ປ.ປ​ ເກົາ​ຫຼີ. ທ່ານ​ໂທ​ມັ​ສ໌ ບາ​ເຮ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ງານ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນໄດ້​ອອກ​ຖະ​ແຫຼງ​ການ​ພາຍ​ຫຼັງ​ການ​ປຶກ​ສາ​ຫາ​ລື​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ທ່ານ​ໂທ​ມັ​ສ໌ ບາ​ເຮີ​ກ່າວ​ວ່າ, ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ກອງ​ປະ​ຊຸມ​ເປັນ​ໜ້າຕື່ນ​ເຕັ້ນ​ຫຼາຍ, ແລະ​ອາດ​ຈະ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ກ້າວ​ເຂົ້າ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ