ຈີນ​ມຽນ​ມາ​ດຳ​ເນີນການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ທາງ​ທະ​ເລ​ຮ່ວມ​​ຄັ້ງ​ທຳ​ອິດ​ໄດ້​ຮັບ​ຜົນ​ງານ​ຢ່າງ​ອຸ​ດົມ​ສົມ​ບູນ

2018-01-21 14:22:36  cri 


ຕາມ​ຂ່າວCRI:ວັນ​ທີ 20 ມັງ​ກອນ​ນີ້, ​ກຳ​ປັ່ນ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ "ຊ້ຽງ​ຢາງ​ຮຸງ 03"ຂອ​ງ​ຈີນ​ທີ່​ກຳ​ລັງ​ດຳ​ເນີນ​ການສຳ​ຫຼວດວິ​ທະ​ຍາ​ສາດ​ຢູ່​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ທີ່ທະ​ເລ​ມະ​ຫາ​ສະ​ມຸດ​ອິ​ນ​ເດຍ​ຂອງ​ມຽນ​ມາ​ໄດ້​ແຈ້ງ​​ວ່າ, ການ​ສຳ​ຫຼວດ​ວິທະ​ຍາ​ສາດ​ເທິງ​ທະ​ເລາ​ຮ່ວມ​ລະ​ຫວ່າງ​ຈີນ​-​ມຽນ​ມາ​ຄັ້ງ​ນີ້​ທີ່​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 17 ມັງ​ກອນ​ນີ້​ໄດ້​ຮັບ​ຜົນ​ງານ​ຢ່າງ​ອຸ​ດົມ​ສົມ​ບູນ. ນີ້​ແມ່ນ​ຈີນ​ຮ່ວມ​ມື​ກັບ​ມຽນ​ມາ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດທະ​ເລ​ດ້ານ​ສິ່ງ​ແວດ​ລ້ອມ​ສັງ​ລວມ​​ຢູ່​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ມຽນ​ມາ​ເປັນ​ຄັ້ງ​ທຳ​ອິດ.


ກຳ​ປັ່ນ​ສຳ​ຫຼວດ "ຊ້ຽງ​ຢາງ​ຮຸງ 03"ເລີ່ມ​ເດີນເຮືອ​ແຕ່​ນະ​ຄອນ​ເຊ້ຍ​ເມີນ​ຂອງ​ແຂວງ​ຟູ​ຈ້ຽນ​ຈີນ​ເປັນ​ເວ​ລາ 1 ເດືອນ​ກວ່າ​ແລ້ວ​ເດີນ​ໄປ​ຮອດນະ​ຄອນ​ຢາງ​ກຸ້ງ​ຂອງ​ມຽນ​ມາໃນ​ວັນ​ທີ 17 ມັງ​ກອນ​ນີ້​ເຊິ່ງໂຄງ​ການ​ນີ້​ສຸມ​ໃສ່​ຜົນ​ສະ​ທ້ອນ​ຈາກ​ຂະ​ບວນ​ການ​ທະ​ເລ​ຂອງ​ມະ​ຫາ​ສະ​ມຸດ​ອິນ​ເດຍ​ຕໍ່​ລົມ​ລະ​ດູການ​ຂອງ​ອິນ​ເດຍ​ແລະ​ດິນ​ຟ້າ​ອາ​ກາດ​ຂອງ​ຈີນ​ເປັນ​ຫຼັກ.ຈີນ​ກັບ​ມຽນ​ມາ​ຈະ​ຮ່ວມ​ກັນ​ນຳ​ໃຊ້​ຜົນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດໃນ​ຄັ້ງ​ນີ້. ເຈົ້າ​ໜ້າ​ທີ່​ຂອງ​ພາກ​ສ່ວນ​ຂະ​ແໜງ​ການ​ປະ​ມົງ​ມ​ຽນ​ມາ​ກ່າວ​ວ່າ, ການ​ສຳ​ຫຼວດ​ຮ່ວມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ກະ​ສິ​ກຳ​ຂອງມ​ຽນ​ມາ.



ທ່ານ​ຫົງ​ລຽງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ກ່າວ​ວ່າ, ການ​ສຳ​ຫຼວດ​ຮ່ວມ​​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຈີນຂອງ​ມຽນ​ມາ​, ແມ່ນ​ມາດ​ຕະ​ການ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ.


ກຳ​ປັ່ນ​ສຳ​ຫຼວດວິ​ທະ​ຍາ​ສາດ​ "ຊ້ຽງ​ຢາງ​ຮຸງ 03" ຈະ​ສຳ​ເລັດ​ໜ້າ​ທີ່​ການ​ແລະ​ອອກ​ຈາກ​ມຽນ​ມາ​ໃນວັນ​ທີ 21 ມັງ​ກອນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ