ເປີດງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່​ງ​ຄັ້ງ​ທີ 8 ພາກ VR ຜູ້​ຊົມ​ເໝືອນ​ຢູ່​ໃນ​ຄວາມ​ເປັນຈິງ
2018-04-15 14:16:37  cri 

ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 8 ພາກ VR(ຮູບ​ແລະ​ສຽງ​ຂອງ​ຄອມ​ພິວ​ເຕີ​ທີ່​ຄື​ກັບ​ຂອງ​ຈິງ​ແທ້ໆ​ຫຼື​ເກືອບ​ຄື​ຂອງ​ແທ້)​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 14 ເມ​ສານີ້. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຈັດ​ໃຫ້​ມີ​ພາກ VR. ນາງ​ຊີ​ລີນ ທ​ຣີ​ຄັດ ຜູ້​ກຳ​ກັບ​ການ​ສະ​ແດງຂອງ​ຝະ​ຣັ່ງ, ທ່ານ​ເອ​ຣິກ ດົນ​ເລ ຜູ້ສ້າງ​ຮູບ​ເງົາຂອງ​ອາ​ເມ​ລິ​ກາ, ທ່ານ​ແຊມ ເກ​ຊາ​ຣີ ຜູ້​ກຳ​ກັບ​ການ​ສະ​ແດງ​ດ້ານ​ຫົວ​ຄິດ​ປະ​ດິດ​ສ້າງ​ທັງ​ເປັນ​ມື​ກ້ອງຂອງ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ໃນ​ນາມ​ເປັນ​ແຂກ​ທີ່​ສ້າງ​ຮູບ​ເງົາ.


ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ພາກ VR ໄດ້​ສາຍ​ຜົນ​ງານ​ຮູບ​ເງົາທັງ​ໝົດ 8 ເລື່ອງ,ເຊັ່ນ: "ງານ​ລ້ຽງ​ອາ​ຫານ​ຄ່ຳ"(Dinner Party),"ມັກ​ຣິດ"(Magritte),"ທີ່​ຮັກອັນ​ເຈ​ລິ​ກາ​"(Dear Angelica) ແລະ​​ອື່ນໆ, ຄວາມ​ຍາວ​ຂອງຜົນ​ງານລ້ວນ​ແຕ່​ຢູ່​ລະ​ຫວ່າງ 7 ຫາ 17 ນາ​ທີ. ຜົນ​ງານ​ເຫຼົ່າ​ນີ້​ຕ່າງ​ມາ​ຈາກ​ອັງ​ກິດ ອາ​ເມ​ລິ​ກາ ອາ​ເມ​ລິ​ກາ​ແລະ​ໄຕ້​ຫວັນ​ຈີນ ອາ​ເມ​ລິ​ກາ​ແລະ​ອີ​ຣັກ.

ການ​ສາຍ​ຮູບ​ເງົາ VR ໄດ້​ດຶງ​ດູດ​ຜູ້​ຊົມ​ຫຼາຍ​ຄົນ​ມາ​ສຳ​ຜັດ​ໂດຍ​ນຳ​ໃຊ້ອຸ​ປະ​ກອນ​, ເຂົາ​ເຈົ້າ​ສະ​ແດງວ່າ​ມັນ​ເໝືອນ​ຢູ່​ໃນ​ຄວາມ​ເປັນ​ຈິງ, ຫວັງ​ໃຫ້​ຮູບ​ເງົາສື່​ໃໝ່ VR ຈະ​ສາ​ມາດ​ເຂົ້າ​ສູ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ຊົມ​ຮູບ​ເງົາ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ