ແຕ້ມ​ຮູບ​ເພື່ອ​ຕ້ອນ​ຮັບ​ວັນ​ຄຸ້ມ​ຄອງ​ໂລກ
2018-04-20 16:42:28  cri 



ວັນ​ທີ 19 ເມ​ສານີ້, ນັກ​ຮຽນ​ປະ​ຖົມ​ຊິ່ນ​ເຊີງ​ເມືອງ​ຈິງ​ກາງ​ນະ​ຄອນ​ເຮີ​ເຟີຍ​ແຂວງ​ອ່ານ​ຮຸ່ຍ ສ​ປ ຈີນ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແຕ້ມ​ຮູບ​ໃນ​ຫົວ​ຂໍ້ "ປະ​ຕິ​ບັດ​ຕໍ່​ໜ່ວຍ​ພິ​ພົບ​ເປັນ​ຢ່າງ​ດີ, ເດັກ​ນ້ອຍ​ແຕ້ມ​ຟ້າ​ສີ​ຄາມ: ​ເລົ່າເລື່ອງ​ຂ້ອຍ​ກັບ​ໜ່ວຍ​ພິ​ພົບ". ເນື່ອ​ງ​ໃນ​ໂອ​ກາດ​ວັນ​​ຄຸ້ມ​ຄອງ​ໂລກ​ຄື​ວັນ​ທີ 22 ເມ​ສາ​ໃກ້​ຈະ​ວຽນ​ມາ​ເຖິງ, ໂຮງ​ຮຽນຫຼາຍ​ແຫ່ງ​ຂອງ​ຈີນ​ໄດ້​ດຳ​ເນີນ​ກິດ​ຈະ​ກຳ​ແຕ້ມ​ຮູບ​ພາຍ​ໃຕ້​ຫົວ​ຂໍ້ "ຕ້ອນ​ຮັບວັນ​ຄຸ້ມ​ຄອງໂລກ", ນັກ​ຮຽນ​ທັງຫຼາຍ​ໄດ້​ແຕ້ມ​ບ້ານ​ເມືອງ​ທີ່​ສວຍ​ງາມ​ໃນ​ດວງ​ໃຈ ​ເປັນ​ການ​ຍົກ​ສູງ​ສະ​ຕິ​ຕໍ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ອາ​ລັກ​ຂາ​ໜ່ວຍ​ພິ​ພົບ​​ຕັ້ງ​ແຕ່ໄວ​ເດັກ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ