ຈີນ​ຖະ​ແຫຼງ​ກ່ຽວ​ກັບ​ສ​ປ​ປ ເກົາຫຼີ​ຕົກ​ລົງ​ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ
2018-04-21 15:04:47  cri 
ວັນ​ທີ 21 ເມ​ສາ​ນີ້ ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ໄດ້​ຖະ​ແຫຼງ​ກ່ຽວ​ກັບ​ສ​ປ​ປ ເກົາຫຼີ​ຕົກ​ລົງ​ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍແລະ​ອອກ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫຼີ​ຊຸດ​ທີ 7ໄດ້​ມີ​ຂໍ້​ຕົກ​ລົງ​ວ່າ ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິ​ວ​ເຄ​ລຍ​ແລະ​ຂີ​ປະ​ນາ​ວຸດ​ນິວ​ເຄ​ລຍ​, ສຸມ​ກຳ​ລົງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຈີນ​ເຫັນ​ວ່າ ຂໍ້​ຕົກ​ລົງ​ຂອງ​ສ​ປ​ປ​ເກົາຫຼີ​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ຂອງ​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ຕື່ມ​ອີກ ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຂະ​ບ​ວນ​ການ​​ປອດ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາຫຼີ​ແລະ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ດ້ວຍ​ວິ​ທີ​ທາງ​ການ​ເມືອງ. ການ​ບັນ​ລຸ​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ມີ​ສັນ​ຕິ​ພາບ​ຖາ​ວອນ​ໃນ​ພາກ​ພື້ນ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ແຫຼມ​ເກົາຫຼີ​ກໍ​ຄື​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ແຫ່ງ​ນີ້ ທັງ​ເປັນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ​ເຊັ່ນ​ດຽວ​ກັນ.

ທ່ານ​ລູ້​ຄ່າງ​ຢືນ​ຢັນ​ວ່າ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ມຸ້ງ​ໜ້າ​ສູ່​ເປົ້າ​ໝາຍ​ດຽວ​ກັນ, ໃຊ້​ມາດ​ຕະ​ການ​ຕົວ​ຈິງ​,ທຳ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ຖາ​ວອນ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ