ສ​ປ​ປ ເກົາຫຼີ​ປະ​ກາດ​ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ
2018-04-21 15:05:58  cri 
ຂ່າວ​ສານ​ສູນ​ກາງເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 21 ເມ​ສາ​ນີ້​ວ່າ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານເກົາຫຼີຊຸດ​ທີ 7 ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ເມ​ສາ​ນີ້​ໄດ້​ຕົກ​ລົງ​ວ່າ ເລີ່ມ​ແຕ່​ວັນ​ທີ 21 ເມ​ສາ 2018 ນີ້​ເປັນ​ຕົ້ນ​ໄປ, ສ​ປ​ປ ເກົາຫຼີ​ຈະ​ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ທົດ​ລອງ​ຍິງຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ.

ມະ​ຕິຫຼາຍ​ສະ​ບັບ​ທີ່​ໄດ້ຮັ​ບ​ຮອງ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຍັງ​ປະ​ກອບ​ມີ​ເນື້ອ​ໃນ​​ທີ່​ວ່າ: ເພື່ອ​ຮັກ​ສາ​ຄວາມ​ໂປ່ງ​ໃສ​ຂອງ​ການ​ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ, ສ​ປ​ປ ເກົາຫຼີ​ຈະ​ເຊົາ​ໃຊ້​ສະ​ໜາມ​ທົດ​ລອງ​ນິວ​ເຄ​ລຍ​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ​ຕົນ. ການ​​ທີ່​ຢຸດ​ຕິ​ການທົດ​ລອງ​ນິວ​ເຄ​ລຍ​ເປັນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ບັນ​ລຸ​ການຫຼຸດ​ກຳ​ລັງ​ຮົບ​ນິວ​ເຄ​ລຍ​ຂອງ​ໂລກ ແລະ​ສ​ປ​ປ ເກົາຫຼີ​ຈະ​ເຂົ້າຮ່ວມ​​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ການ​ຢຸດ​ຕິ​ການ​ທົດ​ລອງ​ນິວ​ເຄ​ລຍ​ຢ່າງ​ຮອບ​ດ້ານ.

ມະ​ຕິ​ຍັງ​ລະ​ບຸ​ວ່າ: ພາຍ​ໃຕ້​ກໍ​ລະ​ນີ​ທີ່​ບໍ່​ໄດ້​ຮັບ​ໄພ​ຂົ່ມ​ຂູ່ຫຼື​ການ​ທ້າ​ທາຍ​ເກາະ​ຜິດ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ນັ້ນ, ສ​ປ​ປ ເກົາຫຼີ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ເດັດ​ຂາດ ແລະ​ກໍ​ຈະ​ບໍ່​ໂອນ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ເຕັກ​ນິກ​ນິວ​ເຄ​ລຍ​ບໍ່​ວ່າ​ໃນ​ກໍ​ລະ​ນີ​ໃດ​ກໍ​ຕາມ.

ກອງ​ປະ​ຊຸມ​ຍັງ​ຕົກ​ລົງ​ຈະ​ລະ​ດົມ​ຂົນ​ຂວາຍ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ວັດ​ຖຸ​ຂອງ​ສ​ປ​ປ ເກົາຫຼີ​ເພື່ອ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ຕໍ່​ສູ້ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ນິ​ຍົມ​ແລະ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ. ​ເພື່ອ​ສ້າງ​ສະ​ພາບ​​ແວດ​ລ້ອມສາ​ກົນ​ທີ່​ເປັນ​ຜົນ​ດີ​ຕໍ່​ການ​ສ້າງ​ສາ​ເສດ​ຖະ​ກິດ​ສັງ​ຄົມ​ນິ​ຍົມ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ກໍ​ຄື​ຂອງ​ໂລກ, ສ​ປ​ປ ເກົາຫຼີ​ຈະ​ຕັ້ງ​ໜ້າ​ພົວ​ພັນ​ແລະ​ສົນ​ທະ​ນາ​ຢ່າງ​ໃກ້​ຊິດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະ​ຊາ​ຄົມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ