ການສ້າງປະເທດເຂັ້ມແຂງດ້ານອິນເຕີແນັດ! ທ່ານສີຈິ້ນຜ້ງ: ເລັ່ງລັດໃຫ້ມີ ການບຸກທະລຸດ້ານເຕັກນິກໃຈກາງທາງຂົງເຂດຂໍ້ມູນຂ່າວສານ
2018-04-22 13:59:22  cri 


ກອງປະຊຸມວຽກງານຄວາມປອດໄພດ້ານອິນເຕີແນັດແລະການຫັນເປັນຂໍ້ມູນຂ່າວສານທົ່ວປະ ເທດຈີນໄດ້
ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 20-21 ເມສານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກ
ກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ, ຫົວໜ້າຄະນະ
ກຳມະການຄວາມປອດໄພດ້ານອິນເຕີແນັດແລະການຫັນເປັນຂຊ້ມູນຂ່າວສານຂອງສູນກາງຈີນໄດ້ເຂົ້າຮ່ວມ
ກອງປະຊຸມ ແລະກ່າວສູນທອນພົດທີ່ສຳຄັນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການຫັນເປັນຂໍ້ມູນຂ່າວສານຖືເປັນໂອກາດທີ່ຫາຍາກຂອງປະຊາຊາດຈີນ
ເຊິ່ງພວກເຮົາຕ້ອງກຳກັບໂອກາດປະຫວັດສາດທີ່ ພັດທະນາດ້ວຍການຫັນເປັນຂໍ້ມູນຂ່າວສານຢ່າງແໜ້ນ,
ເລັ່ງລັດການເຜີຍແຜ່ຂໍ້ມູນຂ່າວສານທາງບວກຜ່ານທາງອິນເຕີແນັດ, ປົກປັກຮັກສາຄວາມປອດໄພດ້ານ
ອິນເຕີແນັດ, ຊຸກຍູ້ໃຫ້ມີການບຸກທະລຸດ້ານເຕັກນິກໃຈກາງໃນຂົງເຂດ ຂໍ້ມູນຂ່າວສານ, ເປັມເຈົ້າການຂະ
ບວນການປັບປຸງສະພາບແວດລ້ອມອິນເຕີ ແນັດໃນສາກົນ, ເປັນເຈົ້າການປະດິດສ້າງໃໝ່ເພື່ອຊຸກຍູ້ການ
ສ້າງປະເທດເຂັ້ມແຂງທາງອິນເຕີແນັດ, ປະກອບສ່ວນອັນໃໝ່ເຂົ້າໃນການສຳເລັດການສ້າງເປັນສັງຄົມທີ່
ອີ່ມໜາມສຳລານຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ
ໃນຍຸກໃໝ່, ບັນລຸຄວາມຝັນຂອງ ຈີນທີ່ໃຫ້ປະຊາຊາດຈີນຟື້ນຕົວຄືນໃໝ່.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຖ້າບໍ່ມີຄວາມປອດໄພດ້ານອິນເຕີແນັດກໍ່ຊິບໍ່ມີ ຄວາມໝັ້ນຄົງຂອງປະເທດ,
ກໍ່ຈະບໍ່ມີການພັດທະນາຢ່າງໜັກແໜ້ນຂອງ ເສດຖະກິດສັງຄົມ, ຜົນປະໂຫຍດຂອງປະຊາຊົນອັນໄພສານ
ກໍ່ບໍ່ສາມາດໄດ້ຮັບການຮັບປະກັນ. ທ່ານສີຈິ້ນຜິງຊີ້ອອກວ່າ, ເຕັກນິກໃຈກາງແມ່ນເປັນສິ່ງສຳຄັນທີ່ສຸດໃນ
ການພັດທະນາປະເທດ.

ທ່ານກ່າວເນັ້ນວ່າ,ການຊຸກຍູ້ການປະຕິຮູບລະບຽບການປັບປຸງອິນເຕີແນັດທົ່ວໂລກແມ່ນເລື່ອງທີ່ຕ້ອງເປັນ
ໄປ. ຈີນຈະຖືການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ເປັນໂອກາດ, ເພີ່ມທະວີການຮ່ວມມືກັບບັນດາປະ
ເທດຢູ່ລຽບຕາມເສັ້ນທາງນີ້ ໂດຍສະເພາະແມ່ນປະເທດທີ່ພວມພັດທະນາໃນດ້ານການສ້າງພື້ນຖານ
ໂຄງລ່າວດ້ານອິນເຕີແນັດ, ເສດຖະກິດດີຈີຕອນ, ແລະຄວາມປອດໄພດ້ານອິນເຕີແນັດ, ເພື່ອສ້າງເປັນ
ເສັ້ນທາງສາຍໄໝດີຈີຕອນໃນສັດຕະວັດທີ 21.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ