ນັກ​ສິ​ນ​ລະ​ປິນ​ຂອງ​ຈີນ​ແລະ​ກຳ​ປູ​ເຈຍ​ຮ່ວມ​ກັນ​ສະ​ແດງ​ຢູ່​ພະ​ນົມ​ເປັນ​ເພື່ອສະ​ຫຼອງ​ການ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 60 ປີ
2018-04-22 15:00:13  cri 
ເພື່ອ​ສະ​ຫຼອງ​ການ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ຄົບ​ຮອບ 60 ປີ​ ແລະ ໂອ​ກາດ​ສັບ​ປະ​ດາ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຈີນ 2018, ຕອນ​ຄ່ຳ​ວັນ​ທີ 21 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ນັກ​ສິນ​ລະ​ປິນ​ຈາກ​ແຂວງ​ຈ່ຽງ​ຊູ່​ປະ​ເທດຈີນ​ແລະ​ກຳ​ປູ​ເຈຍ​ໄດ້​ຮ່ວມ​ກັນ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ແຫ່ງ​ຊາດ​ທີ່​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ.

ທ່ານ ໂຈ​ເວີນ​ຊິ່ງ ທີ່​ປຶກ​ສາ​​ການ​ເມືອງ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ຄຳ​ປາ​ໄສວ່າ: ປີ 2018 ແມ່ນ​ປີ​ຄົບ​ຮອບ 60 ປີແຫ່ງ​ການ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ, ຄະ​ນະ​ສິ​ລະ​ປະ​ຂອງ​ສອງ​ປະ​ເທດ​ຕ່າງ​ໄ​ດ້​ໄປ​ຈັດ​ກິດ​ຈະ​ກຳ​ການ​ສະ​ແດງ​ຢູ່​ປະ​ເທດເຊິ່ງ​ກັນ​ແລະ​ກັນ ເປັນ​ພາກສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ການ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າ​ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 60 ປີ. ຈີນ​ຍິນ​ດີ​ຮ່ວມ​ກັບ​ກຳ​ປູ​ເຈຍ​ສືບ​ຕໍ່​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​​ການຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:ວັດ​ທະ​ນະ​ທຳ​ເປັນ​ຕົ້ນ,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ໂອກ​ຮາ ໂຊກ​ຮິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ວັດ​ທະ​ນະ​ທຳ​ແລະສິ​ລະ​ປະ​​ກຳ​ປູ​ເຈຍ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບທີ່ຜູ້​​ນຳ​ທັງ​ສອງ​ປະ​ເທດບັນ​ລຸ​ເພື່ອຊຸ​ກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ