ຣັດ​ເຊຍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ສ​ປ​ປ ເກົາ​ຫຼີ ທີ່​ໄດ້​ຕົກ​ລົງ​ຈະຢຸດ​ຕິ​ການ​ທົດ​ລອງ​ຍິງລູກ​ສອນ​ໄຟ​ນຳ​ວິ​ຖີ​ນິ​ວ​ເຄ​ລຍ
2018-04-22 15:02:26  cri 
ວັນ​ທີ 21 ເມ​ສາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ ສ​ປ​ປ ເກົາ​ຫຼີ ທີ່​ໄດ້​ຕົກ​ລົງ​ຈະ​ຢຸດ​ຕິ​​ການ​ທົດ​ລອງ​ນິວ​ເຄ​ລຍ​ແລະການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ.

ໃນ​ມື້​ດັ່ງ​ກ່າວ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ຜ່ານ​ທາງ​ເວັບ​ໄຊ​ທາງ​ການ ໂດຍ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ແລະ ສ.ເກົາ​ຫຼີ ໃຊ້​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ ເພື່ອ​ຫຼຸດລະ​ດັບ​ການ​ເຄື່ອນ​ໄ​ຫວ​ທາງ​ການ​ທະ​ຫາ​ນ​ໃຫ້​ຕ່ຳ​ລົງ, ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ກັບ ສ​ປ​ປ ເກົາ​ຫຼີ ໃນ​ກອງ​ປະ​ຊຸມ​ສຸດຍອດ ສ.ເກົາ​ຫຼີ - ສ​ປ​ປ ເກົາ​ຫຼີ ແລະ ກອງ​ປະ​ຊຸມ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ ເກົາ​ຫຼີ​ ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ