ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ສີ​ຈິ້ນ​ຜິ​ງ
  2017-10-26 14:42:38  cri

ວັນ​ທີ 25 ຕຸລາ​ນີ້, ທ່ານ​ອູຕຸ່ນ​ຢີ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ສີ​ຈິ້ນ​ຜິ​ງ ​ໃນ​ໂອກາດ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ໃໝ່​ອີກ​ວາລະ​ໜຶ່ງ ​ໂດຍ​ລະບຸ​ວ່າ: ສອງ​ພັກ ຄື ພັກ​ກົກ​ມິນ​ຕັງ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢູ່ບົນ​ພື້ນຖານ "ຂໍ້​ຕົກລົງ 1992" ​ໄດ້ພະຍາຍາມ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໃຫ້​ຫັນ​ຈາກ​ການ​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ເຄັ່ງ​ຕຶງ​ກັບ​ມາ​ເປັນ​ການ​ພັດທະນາ​ໂດຍ​ສັນຕິ, ບັນລຸ​​ໃຫ້ມີ​ການ​ພົບ​ປະກັນ​ລະຫວ່າງ​ຜູ້ນຳ​ສອງ​ຝັ່ງ ​ແລະ​ໄດ້​ຮັບ​ປະສິດທິ​ຜົນ​ໂດຍ​ທຸກ​ຄົນ​ເຫັນ​ໄດ້​ຢ່າງ​ປະຈັກຕາ. ໃນ​ຕໍ່ໜ້າ, ຫວັງ​ວ່າສອງ​ພັກ​ຈະ​ລົງ​ເລິກ "ຂໍ້​ຕົກລົງ 1992" ຢ່າງ​ຕໍ່​ເນື່ອງ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ມື​ກັນ​ດ້ວຍ​ຄວາມຈິງ​ໃຈ ​ເພື່ອ​ສ້າງ​ສະພາບ​ການ​ໃໝ່​ແຫ່ງ​ການ​ພັດທະນາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງຊ່ອງ​ແຄບ​ໄຕ້​ຫວັນ.

ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ ກໍ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ອູ​ຕຸ່ນ​ຢີ ​​ໂດຍ​​ໂທລະ​ເລກ ​ໄດ້​ລະບຸ​ວ່າ: ຫວັງ​ດ້ວຍ​ຄວາມຈິງ​ໃຈ​ວ່າ, ສອງ​ພັກ​ຈະ​ຖື​ເອົາ​ຄວາມ​ຜາ​ສຸກ​ລະຫວ່າງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ ​ແລະ ຜົນ​ປະ​ໂຫຍ​ດຂອງຊົນ​ຊາດ​ຈີນ​ເປັນຫຼັກ, ປັບປຸງ​ພື້ນຖານ​ການ​ເມືອງ​ທີ່​ມີ​ຢູ່​ໃນ​ປັດຈຸບັນ, ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​​ປົກ​ປັກ​ຮັກສາ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄ​ບ​ໄຕ້​ຫວັນ​ຢ່າງ​ສັນຕິ ​ແລະ ບັນລຸ​ເປົ້າໝາຍ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ.

ນອກ​ນີ້, ທ່ານ​ຊົ້ງສູ​ຢີ ປະທານ​ພັກ​ຊິ່ນ​ໝິນ ​ແລະ ທ່ານ​ຢີ້ມູ້​ຕັງ ປະທານ​ພັກ​ຊິ່ນ​ຕາງ ຢູ່​ໄຕ້​ຫວັນ ກໍ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເຊັ່ນ​ດຽວ​ກັນ.